ກອງ​ທັບ ອິດ​ສະ​ຣາ​ແອັນ ໄດ້​ບຸກ​​ເຂົ້າ​ໃຈ​ກາງ​ນະ​ຄອນ ກາ​ຊາ

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ຖະແຫຼງວ່າ ບັນດາກຳລັງໜ້າດິນຂອງປະເທດນີ້ ໄດ້ “ຢູ່ໃຈກາງນະຄອນ ກາຊາ”, ເມືອງເອກຂອງເຂດ ກາຊາ; ພ້ອມດຽວກັນນັ້ນ, ໄດ້ຢັ້ງຢືນຄືນການປະທະກັນ “ບໍ່ອາດຢຸດຕິລົງ” ຈົນກວ່າຂະບວນການ ຮາມາດສ ຖືກ “ລົບລ້າງ”.
ກອງ​ທັບ ອິດ​ສະ​ຣາ​ແອັນ ໄດ້​ບຸກ​​ເຂົ້າ​ໃຈ​ກາງ​ນະ​ຄອນ ກາ​ຊາ - ảnh 1ທະຫານ ອິດສະຣາແອັນ ເຂົ້າຮ່ວມບັ້ນບຸກໂຈມຕີຕ້ານຄືນ ຮາມາດສ ຢູ່ເຂດ ກາຊາ ໃນວັນທີ 4 ພະຈິກ 2023 (ພາບ: IDF/Reuters)

ຕອນຄ່ຳວັນທີ 07 ພະຈິກ ຕາມເວລາທ້ອງຖິ່ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ຖະແຫຼງວ່າ ບັນດາກຳລັງໜ້າດິນຂອງປະເທດນີ້ ໄດ້ “ຢູ່ໃຈກາງນະຄອນ ກາຊາ”, ເມືອງເອກຂອງເຂດ ກາຊາ; ພ້ອມດຽວກັນນັ້ນ, ໄດ້ຢັ້ງຢືນຄືນການປະທະກັນ “ບໍ່ອາດຢຸດຕິລົງ” ຈົນກວ່າຂະບວນການ ຮາມາດສ ຖືກ “ລົບລ້າງ”. ໃນຂະນະນັ້ນ, ຫຼາຍປະເທດໃນໂລກ ສືບຕໍ່ກ່າວຮຽກຮ້ອງໃຫ້ຢຸດຍິງ ຍ້ອນສາຍເຫດມະນຸດສະທຳ, ໃນສະພາບການປະທະກັນລະຫວ່າງ ຮາມາດສ ແລະ ອິດສະຣາແອັນ ໄດ້ເຮັດໃຫ້ ຊາວ ປາແລັດສະຕິນ ຢູ່ເຂດ ກາຊາ ເສຍຊີວິດກວ່າ 10.300 ຄົນ.

        ທ່ານປະທານາທິບໍດີ ເມັກຊີໂກ Andres Manuel Lopez Obrador ກ່າວປະນາມສະພາບການສາມັນຊົນເສຍຊີວິດຍ້ອນການປະທະກັນ, ກະຕຸກຊຸກຍູ້ບັນດາຝ່າຍເຂົ້າຮ່ວມສົງຄາມ ປະຕິບັດການຢຸດຍິງໃນທັນທີ, ພ້ອມທັງຢັ້ງຢືນວ່າ ລັດຖະບານ ເມັກຊີໂກ ຍາມໃດກໍສະໜັບສະໜູນມາດຕະການສັນຕິພາບຜ່ານຄຳສັ່ງຢຸດຍິງຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ