ກອງທັບ2ປະເທດຫວຽດນາມ-ລາວຮ່ວມມືນັບມື້ນັບມີປະສິດທິຜົນ

ກອງທັບ2ປະເທດຫວຽດນາມ-ລາວຮ່ວມມືນັບມື້ນັບມີປະສິດທິຜົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ຕ້ອນຮັບ ພົນ​ໂທ ​ໂດ​ບ໋າ​ຕີ້
(ພາບ: TTXVN)

(vovworld) - ​ ​​ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ​ມິດຕະພາບ ລາວ ຢ່າງ​ເປັນ​ທາງ​ການ​, ຕອນ​ເຊົ້າ​ວັນ​ທີ 27/8 ຢູ່​ນະຄອນ​ຫລວງ ວຽງ​ຈັນ. ຄະນະ​ຜູ້​ແທນ​ທະຫານຂັ້ນ​ສູງ​ກອງທັບ​ປະຊາຊົນ ຫວຽດນາມ ​ໂດຍ​ພົນ​ໂທ ​ໂດ​ບ໋າ​ຕີ້, ​ເສນາ​ທິການ​ໃຫຍ່, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິ​ງ ທຳ​ມະ​ວົງ. ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ຢືນຢັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ກອງທັບ 2 ປະ​ເທດ​ໄດ້​ຮ່ວມ​ມື​ຢ່າງມີ​ປະສິດທິ​ຜົນ​ທີ່​ສຸດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ກໍ່ສ້າງ​ຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ. ທ່ານ​ນາຍົກລັດຖະມົນຕີ ທອງສິງ ທຳ​ມະ​ວົງ ​ເນັ້ນ​ໜັກ​ວ່າ: ​ໃນສະພາບ​ການ​ໂລກ​ພວມ​ມີ​ການ​ຜັນ​ແປ​ສັບສົນ​ຫລາຍ​ຢ່າງ, ​ເລື່ອງ​ກອງທັບ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ ​ເຮັດ​ໃຫ້ສາຍ​ພົວພັນ​ລະຫວ່າງ 2 ຝ່າຍ​ເລິກ​ເຊິ່ງກວ່າ​ອີກ​​ແມ່ນ​ສຳຄັນ​ທີ່​ສຸດ​. ບໍ່​ພຽງ​ແຕ່​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​​ແບບພິ​ເສດ​ລະ​ຫວ່າງ​ກອງທັບ 2 ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ໃຫ້​ແກ່​ການ​ພົວພັນລະຫວ່າງ 2 ປະ​ເທດ ລາວ - ຫວຽດນາມອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ