ກອງທັບຊີຣີຍາດໄດ້ສິດຄວບຄຸມທີ່ຕັ້ງສຳຄັນຫຼາຍແຫ່ງຢູ່ພາກຕາເວັນອອກAleppo

ກອງທັບຊີຣີຍາດໄດ້ສິດຄວບຄຸມທີ່ຕັ້ງສຳຄັນຫຼາຍແຫ່ງຢູ່ພາກຕາເວັນອອກAleppo - ảnh 1
(ພ​າບ​ປະ​ກອບ​ຈາກ AFP/TTXVN)

(vovworld) –  ວັນ​ທີ 27/11, ກອງ​ທັບ ຊີ​ຣີ ຍາດ​ໄດ້​ສິດ​ຄວບ​ຄຸ​ມ​ຄືນ​ບັນ​ດາ​ເຂດ​ອ້ອມ​ຂ້າງ Sakhour ແລະ ເມືອງ Jabal Badro ຂຶ້ນ​ກັບ​ພາກ​ຕາ​ເວັນ​ອອກ​ນະ​ຄອນ Aleppo ​​ທີ່​ຖືກ​ພວ​ກ​ທະ​ຫານ​ກະ​ບົດ​ຄວບ​ຄຸມ. ດ້ວຍ​ການ​ຍາດ​ເອົາ​ສິດ​ຄວບ​ຄຸມ Sakhour ຄືນ​ໃໝ່, ກອງ​ທັບ​ພ້ອມ​ກັບ​ກຳ​ລັງ​ສ​ຳ​ພັນ​ທະ​ມິດ ຊີ​ຣີ ໄດ້​ຕັດ​ແຍ​ກ​ບັນ​ດາ​​ເຂດ​ທີ່​ຖືກ​ທະ​ຫານ​ກະ​ບົດ​ຄວບ​ຄຸມ​ຢູ່​ພາກ​ຕາ​ເວັນ​ອອກ Aleppo ​ຢ່າງສຳ​ເລັດ​ຜົນ, ຍ້ອນ Sakhour ນອນ​ໃນ​ລະ​ຫວ່າງ​ພາກ​ເໜືອ ແລະ ພາກ​ໃຕ້​ຂອງ​ຂົງ​ເຂດ​ພາກ​ຕາ​ເວັນ​ອອກ Aleppo. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ວັນ​ທີ​ 27/11, ກອງ​ທັບ ຊີ​ຣີ ໄດ້​ໃຫ້​​ເຄື່ອນ​ຍ້າຍ​ສາ​ມັນ​ຊົນ 1.500 ຄົນ​ ​ອອກ​ຈາກ​ບັນ​ດາ​ສະ​ຖານ​ທີ່​ຖືກ​ທະ​ຫານ​ກະ​ບົດ​ຄວບ​ຄຸ​ມ​ຢູ່​ພາກ​ຕາ​ເວັນ​ອອກ​ນະ​ຄອນ Aleppo ດ້ວຍ​ຄວາມ​ປອດ​ໄພ. ກອງ​ທັບ ຊີ​ຣີ ຮຽກ​ຮ້ອງ​ໃຫ້​ບັນ​ດາມ​ື​ປືນ​ຢູ່​ພາກ​ຕາ​ເວັນ​ອອກ Aleppo ອະ​ນຸ​ຍາດ​ໃຫ້​ສາ​ມັນ​ຊົນ​ຖອນ​ອອກ​ຈາກ​ບ່ອນນີ້, ແຕ່​ທະ​ຫານ​ກະ​ບົດ​ເມີນ​ເສີຍ​ຕໍ່​ຄຳ​ຮຽກ​ຮ້ອງ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ