ກອງ​ທັບ​ອາ​ເມ​ລິ​ກາ ຢັ້ງ​ຢືນ​ມີ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ຍິງ​ກັນ​ຢູ່ນອກ​ສະໜາມ​ບິນ​ສາ​ກົນ ຢູ່ Kabul

(VOVWORLD) -ໃນຂະນະນັ້ນ, ວັນທີ 23 ສິງຫາ, ລັດຖະມົນຕີບັນດາປະເທດສະມາຊິກອົງການສົນທິສັນຍາປ້ອງກັນອັກລັງຕິກເໜືອ(NATO) ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບສະພາບການອາບການິດສະຖານ, ຢັ້ງຢືນລັດຖະບານຊຸດໃໝ່ຢູ່ປະເທດນີ້ຕ້ອງປະຕິບັດບັນດາພັນທະສາກົນ. 
ກອງ​ທັບ​ອາ​ເມ​ລິ​ກາ ຢັ້ງ​ຢືນ​ມີ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ຍິງ​ກັນ​ຢູ່ນອກ​ສະໜາມ​ບິນ​ສາ​ກົນ ຢູ່ Kabul - ảnh 1ປະຊາຊົນເຕົ້າໂຮມຢູ່ໃກ້ສະໜາມບິນສາກົນ kabul, ອາບການິດສະຖານ ເພື່ອລໍຖ້າການອົບພະຍົບ
(ພາບ: THX/TTXVN)

ວັນທີ 23 ສິງຫາ, ກອງທັບ ອາເມລິກາ ໄດ້ອອກຖະແຫຼງການຢັ້ງຢືນ ມີຜູ້ເສຍຊີວິດ ໃນເຫດຍິງກັນຢູ່ນອກສະໜາມບິນສາກົນ ຢູ່ kabul, ອາບການິດສະຖານ. ລາຍລະອຽດແມ່ນ, ນາຍທະຫານ ອາບການິດສະຖານ ຄົນໜຶ່ງເສຍຊີວິດ, ໃນຂະນະທີ່ມີຫຼາຍຄົນຖືກຮັບບາດເຈັບ. ບໍ່ມີພົນທະຫານອາເມລິກາຖືກເສຍຊີວິດໃນເຫດຍິງກັນນີ້. ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໃຫ້ຮູ້ວ່າ ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Joe Biden “ມີຄວາມສຸມໃສ່ພິເສດ” ຕໍ່ການຍົກຍ້າຍພົນລະເມືອງ ອາເມລິກາ, ບັນດາສຳພັນທະມິດ ອາບການິດສະຖານ ແລະ ຊາວອາບການິດສະຖານ. ໃນການຖະແຫຼງຂ່າວ ຢູ່ ສິງກະໂປ ພ້ອມກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາງ ຮອງປະທານາທິບໍດີ Kamala Harris ໄດ້ເນັ້ນໜັ້ກວ່າ ອຳນາດການປົກຄອງປະທານາທິບໍດີ Joe Biden ໄດ້ຫຼຸດລົງບຸກຄະລາກອນຢູ່ ສະຖານທູດ ອາເມລິກາ ປະຈຳ Kabul ແລະ ຍົກຍ້າຍປະຊາຊົນນັບພັນຄົນແລ້ວ. 

ໃນຂະນະນັ້ນ, ວັນທີ 23 ສິງຫາ, ລັດຖະມົນຕີບັນດາປະເທດສະມາຊິກອົງການສົນທິສັນຍາປ້ອງກັນອັກລັງຕິກເໜືອ(NATO) ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບສະພາບການອາບການິດສະຖານ, ຢັ້ງຢືນລັດຖະບານຊຸດໃໝ່ຢູ່ປະເທດນີ້ຕ້ອງປະຕິບັດບັນດາພັນທະສາກົນ. ຖະແຫຼງການໄດ້ຮຽກຮ້ອງການຢຸດຕິການໃຊ້ຄວາມຮຸນແຮງ, ເຄົາຮົບບັນດາຫຼັກການ ແລະ ມາດຕະຖານສາກົນ ກ່ຽວກັບສິດທິມະນຸດ ແລະ ກົດໝາຍມະນຸດສະທຳສາກົນໃນທຸກກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ