ກອງທັບເຮືອ ໄທ ຢືນຢັນບໍ່ກ່ຽວຂ້ອງເຖີງບັນດາເຫດວາງລະເບີດທີ່ ບາງກອກ

ກອງທັບເຮືອ ໄທ ຢືນຢັນບໍ່ກ່ຽວຂ້ອງເຖີງບັນດາເຫດວາງລະເບີດທີ່ ບາງກອກ - ảnh 1
(ພາບປະກອບ: AP)

(vovworld) - ວັນ​ທີ 20/1, ກຳລັງສະເພາະກິດ​ກອງທັບ​ເຮືອ ​ໄທ ​ເດັດດຽວ​ປະຕິ​ເສດ​ບັນດາ​ຄຳ​ກ່າວ​ຫາ​ວ່າ​ພະນັກງານ​ຈຳນວນໜຶ່ງ​ຂອງ​ກຳ​ລັງ​ດັ່ງກ່າວ​ມີສ່ວນກ່ຽວຂ້ອງ​ເຖີງການວາງ​ລະ​ເບີດ​ຊຶ່ງ​ເຮັດ​ໃຫ້​ 28 ຄົນ​ຖືກ​ບາດ​ເຈັບໃນ​ວັນ​ທີ 19/1 ທີ່​ໃຈກາງ​ນະ​ຄອນຫຼວງ ບາງກອກ - ສະຖານ​ທີ່​ເຕົ້າ​ໂຮມ​ຂອງ​ຜູ້​​ແຫ່​ຂະ​ບວນປະ​ທ້ວງ. ຜູ້​ບັນຊາ​​ກອງ​ບັນຊາ​ການ​ການຮົບ​ພິ​ເສດ​ກອງ​ທັບ​ເຮືອ ​ໄທ, ພົນ​ຈັດຕະວາ ວິໄລ ກລ່ວມອິນ ໄດ້ປະຕິເສດບັນດາຄຳກ່າວຫາວ່າມີນາຍທະຫານ​ສັງກັດກຳລັງສະເພາະກິດຂອງ​ກອງທັບ​ເຮືອ ​ໄທ ມີສ່ວນກ່ຽວຂ້ອງ​ເຖີງ​ບັນດາການໃຊ້ຄວາມ​ຮຸນ​ແຮງ​ພາຍຫຼັງ​ເຫດ​​ລະ​ເບີດ​​ແຕກ​ໃນ​ວັນ​ທີ 17/1 ຊຶ່ງ​ເຮັດ​ໃຫ້​ 1 ຄົນເສຍ​ຊີວິດ ​ແລະ 39 ຄົນ​ຖືກ​ບາດ​ເຈັບທີ່​ເຂດ ປະທຸມວັນ.

   ຕໍ່ໜ້າບັນດາ​ການຜັນແປທີ່​ສັບສົນ​​ພາຍ​ໃນ​ປະ​ເທດ, ກອງທັບ ​ໄທ ​ໄດ້​ຮຽກຮ້ອງ​ລັດຖະບານ​ຂອງ​ນາຍົກລັດຖະມົນຕີຊົ່ວຄາວ ຍິ່ງ​ລັກ ຊິນນະ​ວັດ ​ແລະ ຜູ້​ແຫ່​ຂະ​ບວນປະ​ທ້ວງ​ພ້ອມ​ກັນ​ເຈລະຈາ​ເພື່ອຊອກ​ຫາ​ວິທີ​ແກ້​ໄຂ​ໃຫ້​ແກ່​ປະ​ເທດ​ຊາດ. ຜູ້​ບັນຊາ​ການ​ສູງ​ສຸດ​ກອງທັບ ​ໄທ ທ່ານ ທະ​ນາ​ສັກ ປະ​ຕີ​ມາ​ປຣາກອນ ຖື​ວ່າ​ສອງ​ຝ່າຍ​ທີ່ພວມຂັດແຍ້ງກັນດ້ານ​ການ​ເມືອງ​ຄວນ​ຊອກ​ຫາ​ວິທີ​​ແກ້​ໄຂ​ ​ພ້ອມ​ທັງ​ປະຕິ​ເສດ​ຂ່າວ​ລືທີ່​ວ່າ​ຕົນ​ເອງ​ພວມ​ວາງ​ແຜນ​ດຳເນີນການ​ກໍ່ລັດຖະປະຫານ​ເພື່ອ​ກາຍ​ເປັນ​ນາຍົກລັດຖະມົນຕີຄົນໃໝ່ຂອງ ​ໄທ.

ຂ່າວ/ບົດ​ອື່ນ