ກອງທະຫານຊ່າງແສງເລກ 1 ຂອງ ຫວຽດນາມ ຈັດການເຄື່ອນໄຫວມະນຸດສະທຳຄັ້ງທຳອິດຢູ່ Abyei, ຊູດັງໃຕ້

(VOVWORLD) -ຕາມການຈັດແບ່ງວຽກງານ, ກອງທະຫານຊ່າງແສງເລກ 1 ຈັດການກວດ, ແຈກຢ່າຍຢຸກຢາກຸສົນໃຫ້ແມ່ຍິງ ແລະ ເດັກນ້ອຍ, ໃນຂະນະທີ່ກຳລັງ ປາກິດສະຖານ ກວດພະຍາດ, ແຈກຢ່າຍຢຸກຢາໃຫ້ຜູ້ຊາຍ.
ກອງທະຫານຊ່າງແສງເລກ 1 ຂອງ ຫວຽດນາມ ຈັດການເຄື່ອນໄຫວມະນຸດສະທຳຄັ້ງທຳອິດຢູ່ Abyei, ຊູດັງໃຕ້ - ảnh 1ກອງທະຫານຊ່າງແສງເລກ 1 ຈັດການກວດ, ແຈກຢ່າຍຢຸກຢາກຸສົນໃຫ້ແມ່ຍິງ ແລະ ເດັກນ້ອຍ
(ພາບ: ກອງທະຫານຊ່າງແສງ)

ກອງທະຫານຊ່າງແສງເລກ 1 ຂອງ ຫວຽດນາມ ທີ່ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ຢູ່ຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວຂອງສະຫະປະຊາຊາດ ຢູ່ເຂດ Abyei (UNISFA) ຫາກໍ່ສົມທົບກັບກຳລັງ ປາກິດສະຖານ ຈັດການເຄື່ອນໄຫວມະນຸດສະທຳຄັ້ງທຳອິດ, ໃນນັ້ນຈຸດສຸມແມ່ນການກວດພະຍາດ, ແຈກຢາຍຢຸກຢາ, ມອບຂອງຂວັນໃຫ້ປະຊາຊົນທ້ອງຖິ່ນຢູ່ເຂດ ຕະຫຼາດ Amiet.

        ຕາມການຈັດແບ່ງວຽກງານ, ກອງທະຫານຊ່າງແສງເລກ 1 ຈັດການກວດ, ແຈກຢ່າຍຢຸກຢາກຸສົນໃຫ້ແມ່ຍິງ ແລະ ເດັກນ້ອຍ, ໃນຂະນະທີ່ກຳລັງ ປາກິດສະຖານ ກວດພະຍາດ, ແຈກຢ່າຍຢຸກຢາໃຫ້ຜູ້ຊາຍ. ພ້ອມກັນນັ້ນ, ບັນດາພະນັກງານ, ພາລະກອນໃນກອງໄດ້ກະກຽມຂອງຂວັນ 168 ພູດລວມມີເຄື່ອງໃຊ້ປະຈຳວັນເພື່ອມອບໃຫ້ຊາວທ້ອງຖິ່ນ, ເພື່ອແນໃສ່ປຸກລະດົມ, ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນຢູ່ທີ່ນີ້.

        ທ່ານພັນຕີ ຫງວຽນກວາງຕວຽນ, ພະນັກງານການເມືອງ ກອງທະຫານຊ່າງແສງເລກ 1, ຢືນຢັນວ່າ ການເຄື່ອນໄຫວມະນຸດສະທຳໃນຄັ້ງນີ້ໄດ້ເພີ່ມທະວີວຽກງານພົວພັນຕ່າງປະເທດ, ເປີດກວ້າງການພົບປະແລກປ່ຽນ, ຮ່ວມມືກັບກົມກອງຂອງເພື່ອນ; ພ້ອມທັງປະກອບສ່ວນໂຄສະນາ, ແຜ່ຂະຫຍາຍພາບພົດກຳລັງໝວກເບເລຂຽວ ຫວຽດນາມ, ພາບພົດ ແລະ ຄຸນນະທາດອັນສູງສົ່ງຂອງທະຫານ ຫວຽດນາມ ໃນຄະນະປະຕິບັດງານ UNISFA, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ