ກອງປະຊຸມ G8 ໄດ້ເປັນເອກະພາບ ນຳກັນບັນດາບັນຫາສຳຄັນ

ກອງປະຊຸມ G8 ໄດ້ເປັນເອກະພາບ ນຳກັນບັນດາບັນຫາສຳຄັນ - ảnh 1
( ການ​ນຳ​ບັນດາ​ປະ​ເທດກຸ່ມ G8 )

( vovworld ) -   ວັນ​ທີ 20/5, ກອງ​ປະຊຸມສຸດ​ຍອດກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ G8 ​ໄດ້​ດຳ​ເນີນກອງ​ປະຊຸມຢູ່​ລັດ Marilen ( ອາ​ເມ​ລິ​ກາ ) ​ໄດ້​ກ້າວ​ເຂົ້າ​ສູ່​ມື້​ເຮັດ​ວຽກ​ທີ່​ສອງ. ​ໃນ​ມື​ທຳ​ອິດ​ຂອງ​ກອງ​ປະຊຸມ, ການ​ນຳ​ບັນດາ​ປະ​ເທດ G8 ​ເຊິ່ງລວມມີ ອາ​ເມ​ລິ​ກາ, ອັງ​ກິດ, ກາ​ນາ​ດາ, ຝລັ່ງ, ​ເຢຍລະ​ມັນ, ຍີ່ປຸ່ນ ​ແລະ ລັດ​ເຊຍໄດ້​ເປັນ​ເອກະ​ພາບ​ນຳ​ກັນບັນດາ​ບັນ​ຫາ​ສຳຄັນ. ທ່ານ​ປະທານາ​ທິດີ​ອາ​ເມ​ລິ​ກາ Barack Obama, ​​ໄດ້ເປັນ​ປະທານ​ກອງ​ປະຊຸມ​ຂອງ​ການ​ນຳກຸ່ມ G8, ທ່ານຖະ​ແຫຼ​ງວ່າ​ກຸ່ມ​ດັ່ງກ່າວ​ໄດ້​ເປັນ​​ເອກະພາບ​ນຳ​ກັນ​ກ່ຽວ​ກັບ​ວິທີ​ສຳ​ພັດ​ໃນ​ຮອບ​ເຈລະຈາ​ທີ່​ຈະ​ມາ​ເຖິງ​ກັບ​ອີຣານ. ບັນດາ​ປະ​ເທດ G8 ​ໃຫ້​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບການ​ເຕີບ​ໂຕ, ຮັກສາ​ຄວາມ​ໝັ້ນຄົງ ​ແລະ ປັບ​ປຸ່ງ​ດ້ານ​ການ​ເງິນ, ​ໃນ​ສະພາບ​ບັນດາ​ການ​ນຳ​ພວມ​ມານະ​ພະຍາຍາມ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນກ່ຽວ​ກັບ​ວິທີ​ຮັບ​ມື​ກັບ​ວິ​ກິດ​ການ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ໃນ​ພາກ​ພື້ນ​ນຳ​ໃຊ້​ສະ​ກຸ່ນ​ເງິນ​ເອີ​​ໂລ​ລວມ. ທ່ານ​ປະທານາທິບໍດີ Obama ສະ​ເໜີ​​ໃຫ້​ບັນດາ​ການ​ນຳ​ເອີ​ລົບ​ຕ້ອງ​ໂຍະຍານນະ​ໂຍບາຍ​ຄັດ​ເຂັມຄັດ ​ແລະ ສຸມ​ໃສ່​ຊຸກຍູ້​ເສດຖະກິດ​ພັດທະນາ.

ຂ່າວ/ບົດ​ອື່ນ