ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

(VOVWORLD) - ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.
ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

ໃນລະຫວ່າງວັນທີ 23 – 25 ເມສາ, ຢູ່ St. Petersburg, ລັດເຊຍ ໄດ້ດຳເນີນກອງປະຊຸມສາກົນຄັ້ງທີ 12 ການນຳຂັ້ນສູງຮັບຜິດຊອບຄວາມໝັ້ນຄົງ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ນຳໜ້າ. ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ, ໃນນັ້ນມີ ຫວຽດນາມ. ເພາະສະນັ້ນ, ຕ້ອງຊຸກຍູ້ການຮ່ວມມືຫຼາຍຝ່າຍ ທີ່ມີຢູ່ແລ້ວໃນປັດຈຸບັນໃນບັນດາຂອບເຂດຄື: ອົງການ ຕຳຫຼວດ ອາຍາສາກົນ (Interpol), ຕຳຫຼວດສະຫະພາບ ເອີລົບ (Europol)… ແລະ ບັນດາກົນໄກອື່ນໆເພື່ອດັດສົມ, ໜູນຊ່ວຍບັນດາປະເທດໃນວິວັດທະນາການຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ປ້ອງກັນ, ຕ້ານ, ຕໍ່ສູ້, ແກ້ໄຂອາດຊະຍາກຳທາງອິນເຕີເນັດ, ອາດຊະຍາກຳຂ້າມຊາດ. ທ່ານລັດຖະມົນຕີ ໂຕເລິມ ໄດ້ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ ພ້ອມກັບບັນດາຄູ່ຮ່ວມມື ແລະ ເພື່ອນມິດສາກົນ ແບ່ງປັນບັນດາບົດຮຽນປະສົບການ, ຂໍ້ລິເລີ່ມກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ, ປົກປັກຮັກສາອະທິປະໄຕແຫ່ງຊາດໃນເຄືອຂ່າຍອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ