ກອງປະຊຸມ SEAMEC 47 ຈະດຳເນີນໄປຢູ່ຮ່າໂນ້ຍ

ກອງປະຊຸມ SEAMEC 47 ຈະດຳເນີນໄປຢູ່ຮ່າໂນ້ຍ - ảnh 1
(ການ​ປະຊຸມ​ຂ່າວກ່ຽວກັບກອງ​ປະຊຸມ SEAMEC 47 )

(vovworld) -     ມີ​ຜູ້​ແທນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ກວ່າ 300 ທ່ານ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 47 ສະພາ​ລັດຖະມົນຕີ​ການ​ສຶກສາ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEAMEC 47) ​ໃນ​ລະຫວ່າງ​ວັນ​ທີ 19 – 21/03 ຈະ​ມາ​ເຖິງ​ຢູ່​ຮ່າ​ໂນ້ຍ. ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 15/03, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳງລຸ​ງສ້າງ​ຫວຽດນາມ ຟ້າ​ມ​ແມ້ງ​ຮຸ່ງ ​ເນັ້ນ​ໜັກ​ວ່າ.

“ກອງ​ປະຊຸມ SEAMEC ຖືກ​ຈັດ​ຂຶ້ນ​ເພື່ອ​ປະກອບສ່ວນ​ຍູ້​ແຮງ​ການ​ຮ່ວມ​ມື​ ພາກ​ພື້ນ​ໃນ​ການ​ສຶກສາ ​ເຊິ່ງ​ແມ່ນ​ຄົງ​ເຂດ​ທີ່​ໄດ້​ຮັບ​ການ​ໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ບັນດາ​ມະຕິ​ຂອງ​ສະພາ SEAMEO ​ເຊິ່ງ​ໄດ້​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ຢູ່​ກອງ​ປະຊຸ​ມ​ແຕ່​ລະ​ຄັ້ງຈະ​ສ່ວຍ​ໃຫ້ SEAMEO ​ແລະ ບັນດາ​ປະ​ເທດ​ສາມາ​ຊິກ​ແກ້​ໄຂ​ບັນດາ​ບັນຫາ​ທີ​ມີ​ລັກສະນະ​ພາກ​ພື້ນ ​ແລະ ຂອງ​ແຕ່ລະ​ປະ​ເທດ​ສາມາ​ຊິກ ​ໃນ​ເລື່ອງ​ປ່ຽນ​ໃໝ່ ​ແລະ ພັດທະນາ​ການ​ສຶກສາບຳລຸງ​ສ້າ​ງ, ຕອບ​ສະ​ໜອງ​ໄດ້​ຄວາມ​ຕ້ອງການ​ທີ່​ນັບ​ມື້​ນັບ​ສູງ​ກ່ຽວ​ກັບ​ແຫຼ່ງຊັບພະຍາກອນ​ມະນຸດຂອງ​ຕະຫຼາດ​ແຮງ​ງານ”.

ຂ່າວ/ບົດ​ອື່ນ