ກອງປະຊຸມ WTA ເປີດກາລະໂອກາດຮ່ວມມືຫຼາຍຢ່າງໃຫ້ແກ່ແຂວງບິ່ງເຢືອງ

(VOVWORLD) -ຕອນບ່າຍວັນທີ 04 ຕຸລາ, ຄະນະປະຕິບັດງານຂອງນະຄອນ Deajeon ປະເທດສ.ເກົາຫຼີ ໂດຍທ່ານ Lee Taek Ku, ຮອງເຈົ້າຄອງນະຄອນ Deajeon ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມະການປະຊາຊົນແຂວງບິ່ງເຢືອເຢືອງ ກ່ຽວກັບການຈັດຕັ້ງກອງປະຊຸມສະຫະສະມາຄົມຕົວເມືອງວິທະຍາສາດໂລກ (WTA) 2018, ເຊິ່ງຄາດວ່າຈະດຳເນີນໃນລະຫວ່າງວັນທີ 10 – 12 ຕຸລາ, ຢູ່ແຂວງບິ່ງເຢືອງ.

ກອງປະຊຸມ WTA ເປີດກາລະໂອກາດຮ່ວມມືຫຼາຍຢ່າງໃຫ້ແກ່ແຂວງບິ່ງເຢືອງ - ảnh 1ທີ່ການເຮັດວຽກ

(ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ Lee Taek Ku ໃຫ້ຮູ້ວ່າ, ນອກຈາກການຮ່ວມມືດ້ານການສຶກສາແລ້ວ, ໃນໄລຍະຈະມາເຖິງນະຄອນ Deajeon ແລະ ແຂວງບິ່ງເຢືອງ ຄວນຍູ້ແຮງການຮ່ວມມືດ້ານສາທາລະນະສຸກ ແລະ ວິທະຍາສາດເຕັກໂນໂລຊີຕື່ມອີກ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື: ການທ່ອງທ່ຽວສົມທົບກັບການກວດພະຍາດ, ການຖ່າຍທອດວິທະຍາສາດເຕັກໂນໂລຊີກ່ຽວກັບການກວດ ແລະ ປິ່ນປົວພະຍາດ.

        ສ່ວນທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງບິ່ງເຢືອງ ມາຍຮຸ່ງຢຸງ ເນັ້ນໜັກວ່າ: ແຂວງ ບິ່ງເຢືອງ ແລະ ນະຄອນ Deajeon ໄດ້ປະຕິບັດຫຼາຍໂຄງການຮ່ວມມືໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳ - ສັງຄົມ, ມີວິສາຫະກິດຫຼາຍແຫ່ງຂອງສ.ເກົາຫຼີ ໄດ້ຍູ້ແຮງການລົງທຶນເຂົ້າແຂວງບິ່ງເຢືອງ.

        ແລະໃນຕອນບ່າຍວັນດຽວກັນ, ຄະນະຜູ້ແທນສະຫະສະມາຄົມສົ່ງເສີມ ແລະ ພັດທະນາຕົວເມືອງແຂວງ Aichi, ປະເທດຍີ່ປຸ່ນ ກໍ່ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມະການປະຊາຊົນແຂວງບິ່ງເຢືອງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ