ກອງ​ປະຊຸມ ອາ​ຊຽນ - ອາ​ເມ​ລິ​ກາ: ອາ​ເມ​ລິ​ກາ ​ໃຫ້​ຄໍາໝັ້ນສັນຍາ​ຕໍ່​ບົດບາ​ດ​ເປັນ​​ໃຈກາງ ​ແລະ ນໍາ​ມາ​ເຊິ່ງຄວາມ​ວັດທະນາ​ຖາວອນ​​ແກ່​ຄູ່​ຮ່ວມ​ມື ອາຊຽນ

(VOVWORLD) -  ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ໃນຕອນເຊົ້າວັນທີ 10 ກັນຍາ ໄດ້ດໍາເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອາເມລິກາ.

 ທີ່ກອງປະຊຸມ, ລັດຖະມົນຕີບັນດາປະເທດ ຕ່າງກໍຢັ້ງຢືນວ່າ ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງຊີວິດເສດຖະກິດ - ສັງຄົມ ໃນໄລຍະຍາວ ຫາກບໍ່ແມ່ນປະເທດໃດກໍສາມາດຮັບມືດ້ວຍຕົນເອງໄດ້. ດັ່ງນັ້ນ, ການຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື ແມ່ນມີຄວາມໝາຍສໍາຄັນ, ໃນນັ້ນມີການພົວພັນລະຫວ່າງລະຫວ່າງ ອາເມລິກາ ແລະ ອາຊຽນ.

ກອງ​ປະຊຸມ ອາ​ຊຽນ - ອາ​ເມ​ລິ​ກາ: ອາ​ເມ​ລິ​ກາ ​ໃຫ້​ຄໍາໝັ້ນສັນຍາ​ຕໍ່​ບົດບາ​ດ​ເປັນ​​ໃຈກາງ ​ແລະ ນໍາ​ມາ​ເຊິ່ງຄວາມ​ວັດທະນາ​ຖາວອນ​​ແກ່​ຄູ່​ຮ່ວມ​ມື ອາຊຽນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo  ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: vov.vn)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ເນັ້ນໜັກວ່າ:

        “ຂ້າພະເຈົ້າມີຄວາມພາກພຸມໃຈທີ່ສຸດຍ້ອນວ່າວິທີການຮ່ວມມືຂອງພວກເຮົາຈະຜ່ານຜ່າໄລຍະຫຍຸ້ງຍາກໃນປັດຈຸບັນ ແລະ ຂ້າພະເຈົ້າຢາກໃຫ້ ພວກເພື່ອນເຂົ້າໃຈວ່າ, ອາເມລິກາ ຈະສືບຕໍ່ນໍາພາບັນດາຄວາມມານະພະຍາຍາມຂອງໂລກ ເພື່ອຟື້ນຟູຫຼັງໄລຍະໂລກລະບາດ ດ້ວຍຈໍານວນເງິນໜູນຊ່ວຍ 87 ລ້ານ USD ໃຫ້ບັນດາປະເທດ ອາຊຽນ ທີ່ຢູ່ໃນເປົ້າໝາຍໄດ້ຊົມໃຊ້ບ້ວງເງິນໜູນຊ່ວຍທີ່ມີມູນຄ່ານັບຕື້ USD ເຊິ່ງ ອາເມລິກາ ສະຫງວນໃຫ້ທົ່ວໂລກ. ນີ້ແມ່ນໜຶ່ງໃນບັນດາການກະທໍາອັນແທດຈິງ ເພື່ອເປັນຂີດໝາຍ 5 ປີ ແຫ່ງວັນສ້າງການພົວພັນຍຸດທະສາດ ອາຊຽນ - ອາເມລິກາ, ຊ່ວຍກໍານົດທິດໃຫ້ແກ່ອະນາຄົດ ພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ທີ່ເສລີ ແລະ ເປີດ. ອາເມລິກາ ໃຫ້ຄໍາໝັ້ນສັນຍາວ່າ ຈະຮັບປະກັນບົດບາດເປັນໃຈກາງຂອງ ອາຊຽນ ໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ນໍາມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ຄູ່ຮ່ວມມື ອາຊຽນ”.

ກອງ​ປະຊຸມ ອາ​ຊຽນ - ອາ​ເມ​ລິ​ກາ: ອາ​ເມ​ລິ​ກາ ​ໃຫ້​ຄໍາໝັ້ນສັນຍາ​ຕໍ່​ບົດບາ​ດ​ເປັນ​​ໃຈກາງ ​ແລະ ນໍາ​ມາ​ເຊິ່ງຄວາມ​ວັດທະນາ​ຖາວອນ​​ແກ່​ຄູ່​ຮ່ວມ​ມື ອາຊຽນ - ảnh 2ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ການາດາ  (ພາບ: VGP)

        ແລະກໍໃນຕອນເຊົ້າຂອງວັນທີ 10 ກັນຍາ ກໍໄດ້ດໍາເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ການາດາ. ທີ່ກອງປະຊຸມ, ສອງຝ່າຍ ໄດ້ຮັບຮຸູ້ບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນການຮ່ວມມື; ຊຸກຍູ້ການເຈລະຈາ, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈໃນການຊຸກຍູ້ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ເນັ້ນໜັກວ່າ:

        “ການາດາ ໄດ້ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງບັນດາປະເທດ ອາຊຽນ ໃນການຊຸກຍູ້ການເພີ່ມທະວີການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ປອດໄພຢູ່ທະເລ, ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ. ຫຼັກໝັ້ນພື້ນຖານຂອງ ອາຊຽນ ແມ່ນບໍ່ມີການປ່ຽນແປງ. ອາຊຽນ ຢັ້ງຢືນຄືນໃໝ່ຄວາມສໍາຄັນຂອງການປະຕິບັດກົດໝາຍສາກົນ, ລວມທັງ UNCLOS 1982, ກໍຄືບັນດາມາດຕະການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ, ບໍ່ຫັນເປັນການທະຫານ ແລະ ຈົ່ງອົດກັ້ນໃນການປະຕິບັດບັນດາການກະທໍາທັງໝົດ”.


 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ