ກອງປະຊຸມShangri-Laຄັ້ງທີ13

ກອງປະຊຸມShangri-Laຄັ້ງທີ13 - ảnh 1
ກອງ​ປະຊຸມ Shangri-La 12
ພາບ:thanhnien.com.vn


(vovworld)- ​​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ​ອາຊີ​ ຄັ້ງ​ທີ 13 (ກອງ​ປະຊຸມ Shangri-La) ຖືກ​ໄຂ​ຂຶ້ນ​​ໃນ​ຕອນຄຳ່ວັນ​ທີ 30/5 ຢູ່ ສິງກະ​ໂປ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ແທນ, ​ເຈົ້າ​ຫນ້າ​ທີ່​ມາ​ຈາກ​ຫລາຍ​ປະ​ເທດ​ມະຫາ​ອຳນາດ​ຄື: ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ບັນດາ​ປະ​ເທ​ດກ່ຽວຂ້ອງ​ຢູ່​ພາກ​ພື້ນ ອາຊີ​-ປາຊີ​ຟີ​ກ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ນຳ​ຫນ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ຕາມ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ Shangri-La ຄັ້ງ​ທີ 13, ​ໃນ​ເວລາ 3 ມື້, ຈະ​ດຳ​ເນີນກອງ​ປະ​ຊຸ​ມ Shangri-La ຈະ​ຈັດ​ກອງ​ປະຊຸມ​ຄົບ​ຄະນະ 5 ຄັ້ງ ກ່ຽວ​ກັບ​ບັນດາ​ຫົວ​ເລື່ອງ​ຄື: ການ​ປະກອບ​ຂອງ​ອາ​ເມ​ລິ​ກາ ​​ໃຫ້​ແກ່​ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ, ຊຸກຍູ້​ກາ​ນຮ່ວມ​ມື​ດ້ານ​ການ​ທະຫານ; ​ແກ້​ໄຂ​ຄວາມ​ເຄ່ັງ​ຕຶງ​ຍຸດ​ທະ​ສາດ; ​ແງ່​ຫວັງ​ສັນຕິພາບ ​ແລະ  ຄວາມ​ໝັ້ນຄົງ​ຢູ່ ອາຊີ ປາຊີ​ຟີ​ກ, ຮັບປະ​ກັບ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ອາຊີ ປາຊີ​ຟີ​ກ. ນອກ​ນັ້ນ ຍັງ​ຈັດ​ໃຫ້​ມີ​ກອງ​ປະຊຸມ​ພິ​ເສດ 5 ຄັ້ງ ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ຂອງ​ການ​ຮັກສາ ​ແລະ ຄຸ້ມ​ຄອງ​ບັນດາ​ເຂດ​ທະ​ເລນ​ອກຝັ່ງ, ຜົນ​ສະທ້ອນ​ຂອງ​ກຳລັງ​ການ​ທະຫານ​ໃຫມ່ ຢູ່ ອາຊີ- ປາຊີ​ຟີ​ກ, ອາ​ຊຽນ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ