ກອງປະຊຸມShangri-Laຄັ້ງທີ13:ຫລາຍຄະນະຜູ້ແທນສົນໃຈເຖິງການຜັນແປທີ່ອັນຕະລາຍຢູ່ທະເລຕາເວັນອອກ

(vovworld)-ກອງ​ປະຊຸມ Shangri- La ຄັ້ງ​ທີ 13 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 30/5 ຢູ່ ສິງກະ​ໂປ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 400 ທ່ານ ມາຈາກ 30 ປະ​ເທດ ​ແລະ ອົງການ​ສາກົນ. ທີ່​ວາລະ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະ​ມົນຕີ ຍີ່ປຸ່ນ Shinzo Abe ດ້ວຍ​ຖານະ​ເປັນ​ນັກ​ປາຖະ​ກະຖາ​ຕົ້ນຕໍ​ຂອງ ກອງ​ປະຊຸມ Shangri- La 13 ​ໄດ້​ສະ​ແດງ​ການ​ສະຫນັບສະຫນູນ​ຂອງ​ຍີ່​ປຸ່ນ ກັບ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ຢູ່​ບັນດາ​ເຂດ​ທະ​ເລ ​ແລະ ​ເຂດ​ນ່ານຟ້າ​ກໍ​ຄື​ການ​ຮັກສາ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ຄວາມ​ເສລີ​ໃຫ້​ແກ່​ບັນດາ​ຖ້ຽວບິນ​ທາງ​ອາກາດ. ທ່ານ​ນາຍົກລັດຖະມົນຕີ Shinzo Abe ຊີ້​ແຈ້ງວ່າ: ລັດຖະບານ ຍີ່​ປຸ່ນ ສະຫນັບສະຫນູນ​ຢ່າງ​ແຮງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ຟິລີ​ບປີນ ​ໃນ​​ເລື່ອງຮຽກຮ້ອງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ສອດຄ່ອງ​ກັບ 3 ຫລັກການ​ກ່ຽວຂ້ອງ​ເຖິງ​ກົດໝາຍ​ທະ​ເລ ​ແລະ ຍີ່​ປຸ່ນ ຊົມ​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມຂອງຫວຽດນາມໃນການ​ແກ້​ໄຂ​ບັນດາ​ບັນຫາ​ຜ່ານ​ການ​ເຈລະຈາ. ທ່ານ Abe ຮຽກຮ້ອງ ອາ​ຊຽນ ​ແລະ ຈີນ ບັນລຸ​ປະ​ມວນ​ຂໍ້​ກຳນົດ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ(COC).

ກອງປະຊຸມShangri-Laຄັ້ງທີ13:ຫລາຍຄະນະຜູ້ແທນສົນໃຈເຖິງການຜັນແປທີ່ອັນຕະລາຍຢູ່ທະເລຕາເວັນອອກ - ảnh 1
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກ່າວຄຳເຫັນ
ທີ່ກອງປະຊຸມ
ພາບ:baotintuc.vn

ກ່ອນຫນ້ານັ້ນ, ຕອນ​ບ່າຍ​ວັນ​ທີ 30/5, ທີ່​ກອງ​ປະຊຸມ Shangri-La ຄັ້ງ​ທີ 13 ຢູ່ ສິງກະ​ໂປ, ​ໃນ​ການ​ພົບ​ປະ​ສອງ​ຝ່າຍຄັ້ງ​ຕ່າງໆ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ, ຫົວຫນ້າ​ຄະນະ​ຜູ້​ແທນ​ປະ​ເທດ ນິວ​ເຊີ​ແລນ, ສິງກະ​ໂປ ​ແລະ ລັດ​ເຊຍ ລ້ວນ​ແຕ່​ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ສະພາບ​ການ​ເຄ່ັ່ງຕຶງ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ. ທີ່​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະ​ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນີວ​ເຊີ​ແລນ Jonathan Coleman, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ສິງກະ​ໂປ Ng Eng Heng ລ້ວນ​ແຕ່​ສະ​ແດງ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ທີ່​ອັນຕະລາຍ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຊື່​ງພວມ​ນາບ​ຂູ່​ເຖິງ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ແຈ້ງ​​ໃຫ້​ຄູ່​ຕຳ​ແຫນ່​ງ 2 ທ່ານ​ດັ່ງກ່າວ​ຮັບ​ຊາບ​ວ່າ: ນັບ​ແຕ່​ເມື່ອ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ຫວຽດນາມ ​ໄດ້​ຕັ້ງຫນ້າ​ພົວພັນ​ຕິດ​ຕໍ່, ​ເຈລະຈາ​ກັບ​ຝ່າຍ​ຈີນ ຢູ່​ຫລາຍ​ຂັ້ນ ດ້ວຍ​ຄວາມ​ປາດ​ຖະຫນາ​ຢາກ​ໃຫ້​ສອງ​ຝ່າຍ​ລະງັບ​ໃຈ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງໂດຍ​ສັນຕິ​ວິທີ​​. ທ່ານ​ພົນ​ເອກ​ ຟຸ່ງກວາງ​ແທງ ຢືນຢັນ​ວ່າ: ຫວຽດນາມ ລະງັບ​ໃຈ​ທີ່​ສຸດ ​ແລະ ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ໂດຍ​ສັນຕິ​ວິທີ.

ຂ່າວ/ບົດ​ອື່ນ