ກອງປະຊຸມກັບບັນດານັກຊ່ຽວຊານເພື່ອປະກອບຄຳເຫັນເຂົ້າໂຄງການສຶກສາສາມັນສັງລວມ

(VOVWORLD) - ວັນທີ 09 ສິງຫາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເປັນປະທານກອງປະຊຸມກັບບັນດານັກຊ່ຽວຊານເພື່ອປະກອບຄຳເຫັນເຂົ້າໂຄງການສຶກສາສາມັນສັງລວມຂອງກະຊວງສຶກສາ ແລະ ບຳລຸງສ້າງ.
ກອງປະຊຸມກັບບັນດານັກຊ່ຽວຊານເພື່ອປະກອບຄຳເຫັນເຂົ້າໂຄງການສຶກສາສາມັນສັງລວມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ

ເຂົ້າຮ່ວມກອງປະຊຸມ ຍັງມີບັນດານັກຊ່ຽວຊານທີ່ມາຈາກຂົງເຂດຕ່າງໆຄື: ວັດທະນະທຳ, ການສຶກສາ, ວັນນະຄະດີສິລະປະ…

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງກະຊວງສຶກສາ ແລະ ບຳລຸງສ້າງ ເມືີ່ອປະກາດໂຄງການສຶກສາສາມັນສັງລວມຕ້ອງເຮັດແຈ້ງດ້ວຍ 2 ຫຼັກການໃຫຍ່: ໂຄງການທີ່ມີລັກສະນະເປີດ, ປຸກລຸກຄວາມປະດິດຄິດສ້າງ, ຄວາມເປັນເຈົ້າການຂອງທ້ອງຖິ່ນ, ໂຮງຮຽນ, ຄູອາຈານ ແລະ ໄດ້ຮັບການອັບເດດເປັນປະຈຳ. ພາຍຫລັງປະກາດໂຄງການ, ເມື່ອຜັນຂະຫຍາຍການຮຽບຮຽງປື້ມຕຳລາຮຽນ, ເອກະສານຮຽນ ຂັ້ນລຸ່ມກໍ່ຄວນປຸກລະດົມຂະບວນການຄູອາຈານຮຽບຮຽງບົດສອນຕາມໂຄງການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ