ກອງປະຊຸມກ່ຽວກັບການຊຸກຍູ້ກົນໄກປະຕູດຽວແຫ່ງຊາດແລະກົນໄກປະຕູດຽວອາຊຽນ

(VOVWORLD) -ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມກ່ຽວກັບການຊຸກຍູ້ກົນໄກປະຕູດຽວແຫ່ງຊາດ, ກົນໄກປະຕູດຽວອາຊຽນ ແລະ ສ້າງຄວາມສະດວກດ້ານການຄ້າ.
ກອງປະຊຸມກ່ຽວກັບການຊຸກຍູ້ກົນໄກປະຕູດຽວແຫ່ງຊາດແລະກົນໄກປະຕູດຽວອາຊຽນ - ảnh 1(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ກອງປະຊຸມກ່ຽວກັບການຊຸກຍູ້ກົນໄກປະຕູດຽວແຫ່ງຊາດແລະກົນໄກປະຕູດຽວອາຊຽນ)

 ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ຄວນສືບຕໍ່ຫຼຸດຜ່ອນບັນດາລາຍຈ່າຍໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ, ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ.

        “ຂ້າພະເຈົ້າສະເໜີໃຫ້ບັນດາອົງການຂອງຫວຽດນາມ, ໃນດຳລັດກໍ່ຄືໂຄງການເຄື່ອນໄຫວຂອງລັດຖະບານ, ຕ້ອງມີບົດບາດສະເໜີບັນດາການປະຕິຮູບມີລັກສະນະບຸກທະລຸຢ່າງເລິກເຊິ່ງ, ກວ້າງຂວາງກວ່າ, ແທດຈິງກວ່າ; ພິເສດແມ່ນວຽກງານຄຸ້ມຄອງສະເພາະຂະແໜງສຳລັບສິນຄ້ານຳເຂົ້າ, ສົ່ງອອກ ເພື່ອແກ້ໄຂຂໍ້ຄົງຂ້າງນີ້, ປະກອບສ່ວນຊຸກຍູ້ການນຳເຂົ້າ, ສົ່ງອອກ, ແລກປ່ຽນການຄ້າສາກົນ ແລະ ພາກພື້ນ. ນີ້ແມ່ນກຳລັງໜູນໃຫ້ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ.”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ຫວຽດນາມ ຕ້ອງແມ່ນປະເທດປະຕິບັດບັນດາຄຳໝັ້ນສັນຍາສາກົນເປັນຢ່າງດີ. ເມື່ອມາລົງທຶນຢູ່ຫວຽດນາມ, ວິສາຫະກິດລົງທຶນຕ່າງປະເທດ, ນັກທ່ອງທ່ຽວມີສະພາບແວດລ້ອມເປັນຢ່າງດີທີ່ສຸດ, ມີຄວາມສະດວກທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ