ກອງປະຊຸມຂັ້ນສູງ ສປຊ ເຂດອາຊີ - ເອີລົບ ກ່ຽວກັບການເພີ່ມທະວີການຮ່ວມມືຫັນການຂົນສົ່ງສິນຄ້າການຄ້າເປັນສະດວກ

ກອງປະຊຸມຂັ້ນສູງ ສປຊ ເຂດອາຊີ - ເອີລົບ ກ່ຽວກັບການເພີ່ມທະວີການຮ່ວມມືຫັນການຂົນສົ່ງສິນຄ້າການຄ້າເປັນສະດວກ - ảnh 1
​ກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ຫະ​ປະ​ຊາ​ຊາດ​ພາກ​ພື້ນ ອາ​ຊີ - ເອີ​ລົບ ກ່ຽວ​ກັບ​​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫັນການ​ຂົນ​ສົ່ງ​ສິນ​ຄ້​າ​ຜ່ານ​ແດນ

(vovworld) – ໃນ​ລະ​ຫວ່າງວັນ​ທີ 7 – 9/3, ຢູ່​ຮ່າ​ໂນ້ຍ, ໄດ້​​ດຳ​ເນີນ​ກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ຫະ​ປະ​ຊາ​ຊາດ​ພາກ​ພື້ນ ອາ​ຊີ - ເອີ​ລົບ ກ່ຽວ​ກັບ​​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫັນການ​ຂົນ​ສົ່ງ​ສິນ​ຄ້​າ​ຜ່ານ​ແດນ, ການ​ຄ້າ​ເປັນ​ສະ​ດວກ ແລະ ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ ຜູ້​ຕາງ​ໜ້າ 29 ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ, ໃນ​ນັ້ນ​ມີ​ປະ​ທານ​ສະ​ພາ​ເສດ​ຖະ​ກິດ - ສັງ​ຄົມ ສ​ປ​ຊ (ECOSOC), ຮອງ​ເລ​ຂາ​ທິ​ການ​ໃຫ​ຍ່ ສ​ປ​ຊ 3 ທ່ານ, ເລ​ຂາ​ທິ​ການ​ໃຫຍ່ກອງ​ປະ​ຊຸມ ສ​ປ​ຊ ກ່ຽວ​ກັບ​ການ​ຄ້າ ແລະ ພັດ​ທະ​ນາ… ພ້ອມ​ກັບ​ຜູ້​ແທນ​ທີ່​ມາ​ຈາກ 38 ປະ​ເທດ. ກອງ​ປະ​ຊຸມ​ລວມ​ມີ​ບັນ​ດາ​ວາ​ລະ​ໄຂ ແລະ 6 ວາ​ລະ​​ປຶກ​ສາ​ຫາ​ລື​ຫົວ​ເລື່ອງ​ສະ​ເພາະ​ຊຶ່ງສ​ຸມ​ໃສ່​ບັນ​ດາ​ເນື້ອ​ໃນ​ຄື: ການ​ຂົນ​ສົ່ງ​ສິນ​ຄ້າ​​ຜ່ານ​ແດນ, ​ຫັນ​ເປັນ​ສະ​ດວກ​ການ​ຄ້າໃນ​ການ​ຊຸກ​ຍູ້​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030. ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດບໍ່​ມີ​ທະ​ເລ, ບັນ​ດາ​ປະ​ເທດ​ທາງ​ຜ່ານ​ໃນ​ການ​ຂົນ​ສົ່ງ​ສິນຄ້າ​ໃນ​ຂົງ​ເຂດ​ພາ​ສີ…


ຂ່າວ/ບົດ​ອື່ນ