ກອງປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາ:ບັນດາການນຳອອກ“ຖະແຫຼງການSunnylands”

ກອງປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາ:ບັນດາການນຳອອກ“ຖະແຫຼງການSunnylands” - ảnh 1
ການນຳບັນດາປະເທດ ອາຊຽນ ແລະ ອາເມລິກາ
(ພາບ: AFP)

(vovworld) –  ວັນ​ທີ 16/2, ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ສິ້ນ​ສຸດ​ລົງ​ພາຍຫຼັງ​ເຮັດ​ວຽກ​ຢູ່ Sunnylands, ລັດ California, ປະ​ເທດ ອ​າ​ເມ​ລິ​ກາ ມາ​ເປັນ​ເວລາ 2 ວັນ. ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ Sunnylands ​ເຊິ່ງລວມມີ​ 17 ເນື້ອ​ໃນ, ​ໃນ​ນັ້ນ​ມີ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ເຄົາລົບ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ສະ​ເໝີ​ພາບ ​ແລະ ​ເອກະລາດທາງ​ດ້ານ​ການ​ເມືອງ​ລະຫວ່າງ​ບັນດາ​ປະ​ເ​ທດ​ແມ່ນ​ເໝາະ​ສົມ​ກັບ​ຫຼັກການ ​ແລະ ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ສປຊ, ກົດ​ບັດ ອາ​ຊຽນ ​ແລະ ກົດໝາຍ​ສາກົນ, ​ຄຳ​ໝັ້ນ​ສັນຍາ​ແກ້​ໄຂ​ຄວາມ​ຂັດ​ແຍ້ງກັນ​​ໂດຍ​ສັນຕິ​, ບໍ່​ນຳ​ໃຊ້​ອາວຸດ​ ຫຼື ນາບຂູ່​ນຳ​ໃຊ້​ກຳລັງ​ອາວ​ຸດ​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ລວມທີ່​ໄດ້ຮັບ​ການ​ຮັບ​ຮູ້​ຈາກ​ກົດໝາ​ຍສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982 (UNCLOS), ​ຄຳ​ໝັ້ນ​ສັນຍາ​ລວມຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນດາ​ການທ​້າທາຍ​ລວມ​ໃນ​ຂົງ​ເຂດ​ການ​ເດີນ​ທະ​ເລ, ​ເນ​ັ້ນໜັກ​​ເຖິງຄວາມ​ສຳຄັນ​ຂອງ​​ວັດ​ຖະນາ​ຖາວອນ​ລວມ, ການພັດທະນາ ​ແລະ ​ເຕີບ​ໂຕຢ່າງ​ໝັ້ນຄົງ…

        ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ ອາ​ເມ​ລິ​ກາ ​ເປັນ​ຄັ້ງ​ທຳ​ອິດ ​ແມ່ນ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທຳ​ອິດ​ພາຍຫຼັງ​ປະຊາ​ຄົມ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີ 2015.  ກອງ​ປະຊຸມ​​ເປັນ​ຂີດ​ໝາຍ​ບາດ​ລ້ຽວ​ໃຫ້​ທັງ ອາ​ຊຽນ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ອາ​ຊຽນ. ວົງ​ການ​ນັກ​ໄຈ້​ແຍກ​ຮັບ​ຮູ້​ວ່າ: ຝ່າຍ ອາ​ເມ​ລິ​ກາ ຖືກ​ອງປະຊຸມ​ນີ້​ເປັນ​ສຳຄັນ, ຖື​ນີ້​​ແມ່ນ​ຂີດ​ໝາຍກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ​ໃນ​ທ້າຍ​ອາຍຸ​ການ​ຂ​ອງທ່ານ​ປະທານາທິບໍດີ Barack Obama, ພ້ອມ​ທັງ​ສະ​ແດງ​​ໃຫ້​ເຫັນ​ວ່າຄຳ​ໝັ້ນ​ສັນຍາ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ມຸ່ງ​ໄປ​ເຖິງ​ອາຊີ ຂອງ ວໍ​ຊິງ​ຕັນ ບໍ່​ພຽງ​ແຕ່​​ແມ່ນ​ຄຳ​ເວົ້າລ້າໆ​ເທົ່າ​ນັ້ນ ຫາກ​ຍັງ​​ແມ່ນການ​ກະທຳ​ລະອຽດ​ອີກ​ດ້ວຍ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເດີນທາງ​ອອກ​ຈາກ California, ສິ້ນ​ສຸດການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຢ່າງ​ຈົບງາມ.

 


ຂ່າວ/ບົດ​ອື່ນ