ກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ APEC ມີ 75 ກອງປະຊຸມ

(VOVWORLD) -ຕອນເຊົ້າວັນທີ 11 ສິງຫາ, ຢູ່ຮ່າໂນ້ຍ, ຄະນະເລຂາ APEC ໄດ້ສົມທົບກັບກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈັດຕັ້ງກອງປະຊຸມຂ່າວ ກ່ຽວກັບກອງປະຊຸມ ຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ APEC ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ APEC ມີ 75 ກອງປະຊຸມ - ảnh 1 (ກອງປະຊຸມຂ່າວ ກ່ຽວກັບກອງປະຊຸມ ຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ APEC

ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ)

ຕາມນັ້ນ, ແຕ່ວັນທີ 18 ຫາ ວັນທີ 30 ສິງຫາ ຈະມາເຖິງ, ຢູ່ນະຄອນໂຮ່ຈີມິນ ຈະດຳເນີນກອງປະຊຸມ ຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ APEC (ເອີ້ນຫຍໍ້ວ່າ SOM 3) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ຄາດຄະເນວ່າມີຜູ້ແທນສາກົນ ແລະ ພາຍໃນປະເທດ ເຂົ້າຮ່ວມເກືອບ 2.600 ທ່ານ. ນີ້ແມ່ນກອງປະຊຸມໃຫຍ່ ຄັ້ງທີ 3 ຂອງປີ APEC. ກອງປະຊຸມລວມມີ 75 ກອງປະຊຸມ, ກອງປະຊຸມສຳມະນາ, ການເຈລະຈາຂອງບັນດາຄະນະກຳມະການ, ກຸ່ມປະຕິບັດງານ APEC ໃນຫຼາຍຂົງເຂດແຕກຕ່າງກັນ.

        ການເຄື່ອນໄຫວສຳຄັນທີ່ສຸດຢູ່ SOM 3 ແມ່ນກອງປະຊຸມສຳມະນາພັດທະນາໂດຍກວມລວມທາງດ້ານເສດຖະກິດ, ການເງິນ ແລະ ສັງຄົມ ຈະດຳເນີນໃນວັນທີ 28 ສິງຫາ. ນີ້ແມ່ນການເຄື່ອນໄຫວຂໍ້ລິເລີ່ມ, ເປັນຂີດໝາຍໂດຍ ຫວຽດນາມ ສະເໜີ, ຄາດຄະເນຈະຊຸກຍູ້ການເຄື່ອນໄຫວສ້າງເອກະສານໃນປີ APEC 2017. ພ້ອມກັນນັ້ນແມ່ນກອງປະຊຸມຂັ້ນສູງດ້ານສາທາລະນະສຸກ, ສັບປະດາຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານນາງ ຫງວຽນບິກຖຸຍ, ຮອງຫົວໜ້າກົມ, ສັງກັດຄະນະເລຂາ APEC, ໃຫ້ຮູ້ວ່າ:

        “ນີ້ແມ່ນບັນດາກອງປະຊຸມສຳຄັນເພື່ອກຳນົດບັນດາເອກະສານໂດຍພື້ນຖານ, ຈາກນັ້ນລາຍງານຢູ່ກອງປະຊຸມຂັ້ນສູງຮັບຮອງ. ປະຈຸບັນ, ເສດຖະກິດມີການເຕີບໂຕແຕ່ຍັງມີຄວາມສ່ຽງຫຼາຍຢ່າງ, ເປັນຕົ້ນແມ່ນບັນດາຜົນກະທົບປິ້ນລວງຂອງໂລກາພິວັດ ກໍ່ຄືການພັດທະນາເຕັກໂນໂລຊີ, ໃນນັ້ນມີການປະຕິວັດເຕັກໂນໂລຊີ ຄັ້ງທີ 4. ດ້ວຍເຫດນັ້ນ, ບັນດາກອງປະຊຸມນີ້ຈະຊ່ວຍໃຫ້ປະຊາຊົນ, ວິສາຫະກິດ, ເປັນຕົ້ນແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດຮັບມືກັບບັນດາການປ່ຽນແປງຢ່າງໄວວາຂອງເຕັກໂນໂລຊີ ແລະ ຊຸກຍູ້ການຮ່ວມມື”.

ຕອບກັບ

ຂ່າວ/ບົດ​ອື່ນ