ກອງປະຊຸມຄັ້ງທີ 6 ສູນກາງພັກ: ສ້າງທ່ວງທ່າໃໝ່, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃໝ່

(vovworld) -    ພາຍຫຼັງທີ່ກອງ​ປະຊຸມ​​ຄັ້ງ​ທີ 6 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ອັດລົງ, ບັນດາ​ທ່ານ​ກຳມະການ​ກົມ​ການ​ເມືອງ, ກຳມະການ​ສູນ​ກາງ​ພັກ​ໄດ້​ຕອບ​ສຳພາດຕໍ່​ວົງ​ການ​ນັກ​ຂ່າວ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ກອງ​ປະຊຸມ.

ກອງປະຊຸມຄັ້ງທີ 6 ສູນກາງພັກ: ສ້າງທ່ວງທ່າໃໝ່, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃໝ່ - ảnh 1

ທ່ານ Pham Quang Nghi

(ພາບ:ອິນ​ເຕີ​ແນັດ)

   ຕາມ​ທ່ານ Pham Quang Nghi ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ​ແລ້ວ, ບັນຫາ​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ຄັ້ງນີ້​ແມ່ນ​ເລື່ອງ​ສູນ​ກາງ​ພັກໄດ້​ຮັບ​ຟັງ ​ແລະ ​ໃຫ້​ຄຳເຫັນ​ເຂົ້າ​ໃນ​ບົດ​ລາຍ​ງານ​ສຳ​ຫຼວດກວດກາ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ. ທ່ານ Pham Quang Nghi ​ເວົ້າວ່າ:

   “ຂ້າພະ​ເຈົ້າ​ເຫັນ​ວ່າ ​ແບບຢ່າງ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ ​ແລະ ຕຳ​ນິຕິ​ຊົມ​ກັນ​ຢ່າງ​ເຂັ້ມງວດ, ປະຊາທິປະ​ໄຕ ​ແລະ ມີຄວາມ​ຮັບ​ຜິດ​ຊອບຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ແມ່ນ​ເລິກ​ເຊິ່ງທີ່​ສຸດ ຊື່​ງ​ແມ່ນ​ອົງການ​ນຳພາ​ປະຈຳ ​ແລະ ສູງສຸດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ກໍ່​ແມ່ນ​ອົງການ​ຮັບຜິດຊອບ​ສູງ​ສຸດ​ຂອງ​ປະ​ເທດ​ຊາດ, ຂອງ​ປະຊາຊົນ

   ກ່ອນ​​ລາຍ​ງານ​ໝາກຜົນ​ການສຳ​ຫຼວດກວດກາການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ ​ແລະ ຕຳ​ນິຕິ​ຊົມ​ກັນ​ຕໍ່​ກອງ​ປະຊຸມ​ສູນ​ກາງຄັ້ງທີ 6, ກົມ​ການ​ເມືອງ, ຄະນະ​ເລຂາ​ໄດ້​ຮັບເອົາ​ຄຳ​ເຫັນ​ຈາກ​ບັນດາ​ທ່ານ​ອະດີດ​ການ​ນຳ​ພັກ, ລັດ, ພະນັກງານ​ສະມາຊິກ​ພັກ​ໄດ້​ອອກ​ກິນ​ເບັ້ຍບຳນານ​ດ້ວຍ​ນ້ຳ​ໃຈ​ຮັບຜິດຊອບ ​ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ. ທ່ານ Le Thanh Hai ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້ສຶກ​ຢ່າງ​ເລິກ​ເຊິ່ງຜ່ານ​ບັນດາ​ຄຳ​ເຫັນ​ປະກອບ​ນີ້:

 

ນີ້​ແມ່ນ​ຊ່ອງ​ຂໍ້​ມູນ​ທີ່​ສຳຄັນ, ຊື່​ງສະ​ແດງ​ໃຫ້​ເຫັນ​ວ່າ, ຖ້າ​ມີ​ການ​ຮັບ​ຟັງ​ທີ່​ດີ, ຫວັງ​ສິ່ງ​ທີ່​ດີ ຈະ​ຊ່ວຍ​ໃຫ້​ຕົນ​ເອງ​ດີ​ກ່ວາ​ໃນ​ການ​ປະຕິບັດ​ໜ້າ​ທີ່. ຜ່ານ​ການ​ສຳ​ຫຼວດກວດກາ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ ກໍ່​ບັນລຸ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຊື່​ງມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 4 ​ໄດ້​ວາງ​ອອກ ນັ້ນ​ແມ່ນ​ແກ້​ໄຂ​ໄດ້​ສະ​ພາບ​ທີ່​ວ່າ: ​ເຫັນ​ພຽງ​ແຕ່​ຈຸດ​ອ່ອນ​ຂອງ​ຄົນ​ອື່ນ​​ເທົ່າ​ນັ້ນ, ຫາກ​ບໍ່​ແມ່ນ​ຈຸດ​ອ່ອນຂອງ​ຕົນ​ເອງ, ​ແຕ່​ໃນ​ຄັ້ງນີ້, ດ້ວຍ​ນ້ຳ​ໃຈ​ຮັບຜິດຊອບ​ສູງ ​ແລະ ລັກສະນະ​ຕຳ​ນິຕົນ​ເອງ​ສູງ​ຂອງກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ສະມາຊິກ​ແຕ່ລະ​ທ່ານ​ໄດ້​ປະຕິບັດ​ສິ່ງ​ດັງກ່າວ​ເປັນ​ຢ່າງ​ດີ. ນີ້​ກໍ່​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ການ​ຍົກ​ອອກ​ແບ​ບຢ່າງ​ລະອຽດ ​ເພື່ອ​ໃຫ້​ຂັ້ນລຸ່ມ​ຮ່ຳຮຽນ​​ເອົາ ​ແລະ ປະຕິບັດ​ຕາມ

ກອງປະຊຸມຄັ້ງທີ 6 ສູນກາງພັກ: ສ້າງທ່ວງທ່າໃໝ່, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃໝ່ - ảnh 2

(ພາບ:cpv.org.vn)

  ສ່ວນ​ທ່ານ Luong Ngoc Binh ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ພັກ​​ແຂວງ Quang Binh ​ໄດ້​ເວົ້າວ່າ:

   “​ໃນ​ບັນດາ​ເນື້ອ​ໃນ​ທີ່​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງທີ 6​ ໄດ້​ປຶກສາ​ຫາລື​ ​ແລະ ຕົກລົງນັ້ນ, ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ເນື້ອ​ໃນ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນ​ຮ່າງ​ການ​ປ່ຽນ​ໃໝ່ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລ​ະ ຮອບດ້ານ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຫັນ​​ປະ​ເທດ​ຊາດເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ, ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ​​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ. ອາດ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ແຜນ​ຮ່າງ​ໄດ້​ຮັບ​ການ​ປຶກສາ​ຫາລື​ຢ່າງ​ລະອຽດ​ທີ່​ສຸດ ​ແລະ ​ແມ່ນ​ໜຶ່ງ​ໃນບັນດາ​ແຜນ​ຮ່າງ​ໄດ້​ປະຕິບັດ 3 ບາດກ້າວບຸກທະລຸ​ຍຸດ​ທະ​ສາດ​ຂອງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ“.

   ກອງ​ປະຊຸມ​​ຄັ້ງ​ທີ 6 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ອັດລົງ ຊື່ງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງຕໍ່​ຜູ້​ແທນແຕ່ລະ​ທ່ານທີ່​ເຂົ້າຮ່ວມ​. ບັນດາ​ບັນຫາ​ຊຶ່ງກອງ​ປະຊຸມ​​ຄັ້ງ​ທີ 6 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ປຶ​ກສາ​ຫາລື​ຄັ້ງນີ້​ມີ​ຄວາມ​ສຳຄັນ​ພິ​ເສດ, ມີ​ຜົນ​ສະທ້ອນ​ຢ່າງ​ໃຫ່ຍຫຼວງ, ຍາວ​ນານ​ຕໍ່​ວິວັດທະນາ​ການ​ແຫ່ງ​ການ​ພັດທະນາ​ຂອງ​ການ​ປະຕິວັດ​ຫວຽດນາມ.

 



ຂ່າວ/ບົດ​ອື່ນ