ກອງ​ປະ​ຊຸມ​ຄັ້ງ​ທີ 8 ກຸ່ມ​ປະ​ຕິ​ບັດ​ງານ ອາ​ຊຽນ ກ່ຽວ​ກັບທາດ​ເຄ​ມີ ແລະ ສິ່ງ​ເສດ​ເຫຼືອ

(VOVWORLD) - ກອງປະຊຸມໄດ້ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດອາຊຽນ ແລະ ສ້າງອາຊຽນຂຽວສະອາດກ່ວາເກົ່າ.
ກອງ​ປະ​ຊຸມ​ຄັ້ງ​ທີ 8 ກຸ່ມ​ປະ​ຕິ​ບັດ​ງານ ອາ​ຊຽນ ກ່ຽວ​ກັບທາດ​ເຄ​ມີ ແລະ ສິ່ງ​ເສດ​ເຫຼືອ - ảnh 1ກອງປະຊຸມ AWGCW-8 ໄດ້ດຳເນີນໃນລະຫວ່າງວັນທີ 5 - 7 ກໍລະກົດ ຢູ່ຮ່າໂນ້ຍ (ພາບ: Vietnam+)

ຕອນເຊົ້າວັນທີ 5 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະເລຂາອາຊຽນ ຈັດກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານອາຊຽນກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ (ກອງປະຊຸມ AWGCW-8). ເຫດການໄດ້ດຳເນີນໃນລະຫວ່າງວັນທີ 5 – 7 ກໍລະກົດ ດ້ວຍການເຂົ້າຮ່ວມຂອງສະມາຊິກຄະນະເລຂາອາຊຽນ, ບັນດາປະເທດ ໃນກຸ່ມ ອາຊຽນ ແລະ ອົງການຈັດຕັ້ງຄູ່ຮ່ວມມື, ສະມາຊິກຂອງບັນດາກຸ່ມປະຕິບັດງານຂຶ້ນກັບ ASOEN ຫວຽດນາມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ນັກຊ່ຽວຊານ, ນັກວິທະຍາສາດ ມາຈາກບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ ແລະ ອົງການຈັດຕັ້ງສາກົນ.

ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາຝ່າຍຕີລາຄາຄືນການເຄື່ອນໄຫວຮ່ວມມືຂອງບັນດາປະເທດ ສະມາຊິກອາຊຽນກ່ຽວກັບທາດເຄມີ, ສິ່ງເສດເຫຼືອໃນປີຜ່ານມາ, ປຶກສາຫາລື ແລະ ກຳນົດທິດເພື່ອແນໃສ່ເປັນເອກະພາບກ່ຽວກັບຫຼັກການບັນດາເນື້ອໃນຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນໃນໄລຍະຈະມາເຖິງ. ກອງປະຊຸມໄດ້ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດອາຊຽນ ແລະ ສ້າງອາຊຽນຂຽວສະອາດກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ