ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ ກ່ຽວ​ກັບ​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ຫວຽດ​ນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ນີ້ແມ່ນກອງປະຊຸມຄັ້ງທຳອິດ, ມີຄວາມໝາຍສຳຄັນພິເສດ ກ່ຽວກັບການພັດທະນາຂະແຫນງອຸດສາຫະກຳວັດທະນະທຳ ຫວຽດນາມ. 
ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ ກ່ຽວ​ກັບ​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 22 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສາກົນກ່ຽວກັບການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ. ກອງປະຊຸມໄດ້ເຊື່ອມຕໍ່ແບບທາງໄກກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ນີ້ແມ່ນກອງປະຊຸມຄັ້ງທຳອິດ, ມີຄວາມໝາຍສຳຄັນພິເສດ ກ່ຽວກັບການພັດທະນາຂະແຫນງອຸດສາຫະກຳວັດທະນະທຳ ຫວຽດນາມ. ກ່ຽວກັບອຸດສາຫະກຳວັດທະນະທຳ ແມ່ນເຕື້ອງເຖິງບັນດາຂະແໜງອຸດສາຫະກຳຜະລິດອອກ ບັນດາຜະລິດຕະພັນທີ່ມີລັກສະນະສິລະປະ ແລະ ປະດິດຄິດສ້າງ, ເປັນວັດຖຸ ຫຼື ບໍ່ເປັນວັດຖຸ, ຜ່ານການຂຸດຄົ້ນບັນດາຄຸນຄ່າວັດທະນະທຳ ກໍ່ຄືບັນດາຜະລິດຕະພັນ ແລະ ການບໍລິການທີ່ມີລັກສະນະພູມປັນຍາ, ມີຄວາມໝາຍສັງຄົມ ແລະ ວັດທະນະທຳ ເພື່ອຮັບມາແຫຼ່ງຜົນປະໂຫຍດດ້ານເສດຖະກິດໄດ້.

ເພື່ອໃຫ້ຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ ພັດທະນາໂດຍໄວ ແລະ ຍືນຍົງ, ຂຸດຄົ້ນໄດ້ຄວາມສາມາດບົ່ມຊ້ອນ, ທ່າແຮງ ຢ່າງມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຕ້ອງມີການຫັນປ່ຽນຢ່າງແຮງ ຈາກສະຕິຄວາມຮັບຮູ້ ຕະຫຼອດຮອດການກະທຳ, ປ່ຽນແປງໃໝ່ຈິນຕະນາການ, ບຸກທະລຸໃນວິທີເຮັດ, ສ້າງຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ “ມີຫົວຄິດປະດິດສ້າງ - ມີສີສັນ - ເປັນເອກະລັກສະເພາະ - ເປັນມືອາຊີບ - ແກ້ງແຍ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ