ກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ10ເຂດສາມຫລ່ຽມພັດທະນາລາວ-ກຳປຸເຈຍ-ຫວຽດນາມ

ກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ10ເຂດສາມຫລ່ຽມພັດທະນາລາວ-ກຳປຸເຈຍ-ຫວຽດນາມ - ảnh 1
(ພາບ​ປະ​ກອບ: KPL)

(vovworld)- ຕອນ​ເຊົ້າ​ວັນ​ທີ 11/12 ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ຮ່ວມ​ຄັ້ງ​ທີ 10 ເຂດ​ສາມ​ຫ​ລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ ແລະ ຫວຽດ​ນາມ ດ​ຳ​ເນີນ​ໄປ​ຢູ່ ແຂວງ ຈຳ​ປາ​ສັກ ພາກ​ໃຕ້​ຂອງ​ລາວ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ສົມ​ດີ ດວງ​ດີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ລາວ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ຮ່ວມ ລາວ, ທ່ານ ບຸ່ຍກວາງວີງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ, ທ່ານ Sun Chanthol, ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ, ກະ​ຊວງ​ການ​ຄ້າ ກຳ​ປູ​ເຈຍ. ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ອົງ​ການ​ກ່ຽວ​ຂ້ອງ ແລະ ອຳ​ນາດ​ການ​ປົກ​ຄອ​ງ​ທ້ອງ​ຖິ່ນ ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ບັນ​ດາ​ເຫດ​ການ ແລະ ກອງ​ປະ​ຊຸມ​ຄັ້ງ​ຕ່າງໆ ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ຂັ້ນ​ວິ​ຊາ​ການ (SOM), ຮັບ​ຮອງ​ເອົາ​ບັນ​ດາ​ຂໍ້​ສະ​ເຫນີ​ແນະ​ຂອງກອ​ງ​ປະ​ຊຸມ SOM. ນອກນັ້ນ ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ ໄດ້​ສຸມ​ໃສ່​ສຳ​ຫລວດກວດ​ຄືນ, ຕີ​ລາ​ຄາ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ຖະ​ແຫລງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ​ຂັ້ນ​ສູງ ກຳ​ປຸ​ເຈຍ ລາວ ແລະ ຫວຽດ​ນາມ ຄັ້ງ​ທີ 8 ດຳ​ເນີນ​ໃນ​ເດືອນ 11/2014 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ ແລະ ປຶກ​ສາ​ຫາ​ລື​ວິ​ທີ​ການ​ເພື່ອ​ລະ​ດົມ​ແຫລ່ງ​ທຶນ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ, ອົງ​ການ​ການ​ເງິນ ແລະ ພາກ​ເອ​ກະ​ຊົນ​ເຂົ້າ​ຮ່ວມ​ບັນ​ດາ​ແຜນ​ການ ແລະ ໂຄງ​ການ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ຢູ່​ເສດ​ສາມຫລ່ຽມ​ພັດ​ທະ​ນາ.

 

 

 

ຂ່າວ/ບົດ​ອື່ນ