ກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຊາບຊຶມມະຕິກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XIII

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ, ເນັ້ນໜັກວ່າ: ສິດເປັນເຈົ້າຂອງປະຊາຊົນນັບມື້ນັບໄດ້ຮັບຖືເປັນສຳຄັນ, ແທດຈິງ, ພິເສດແມ່ນປະຊາທິປະໄຕໂດຍກົງ, ປະຊາທິປະໄຕຮາກຖານ
ກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຊາບຊຶມມະຕິກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XIII - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແບບເຊິ່ງໜ້າ

ຕອນເຊົ້າວັນທີ 4 ທັນວາ, ກົມການເມືອງ, ຄະນະເລຂາສູນກາງພັກ ໄດ້ຈັດກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ຊາບຊຶມມະຕິກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ກອງປະຊຸມໄດ້ຈັດຕາມແບບເຊິ່ງໜ້າສົມທົບກັບທາງໄກ, ແມ່ນບັນດາສະຖານທີ່ສູນກາງຢູ່ ຮ່າໂນ້ຍ ເຊື່ອມຕໍ່ກັບ 16.000 ກ່ວາສະຖານທີ່ຢູ່ບັນດາຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະ, ຫົວໜ່ວຍຂັ້ນສູນກາງ ແລະ ທ້ອງຖິ່ນ ໃນທົ່ວປະເທດ. ມີກ່ວາ 1,4 ລ້ານຄົນເຊິ່ງເປັນການນຳ, ພະນັກງານ, ສະມາຊິກພັກເຂົ້າຮ່ວມການຄົ້ນຄ້ວາ, ຮ່ຳຮຽນ, ຊາບຊຶມມະຕິ.

        ທີ່ກອງປະຊຸມ, ເມື່ອເຕື້ອງເຖິງ ມະຕິເລກທີ 43 ວ່າດ້ວຍ “ສືບຕໍ່ເສີມຂະຫຍາຍມູນເຊື້ອ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ສ້າງປະເທດຊາດໃຫ້ນັບມື້ນັບວັດທະນາຖາວອນ, ມີຄວາມຜາສຸກ”, ທ່ານປະທານປະເທດ ຫວໍວັນເຖືອງ, ເນັ້ນໜັກວ່າ: ສິດເປັນເຈົ້າຂອງປະຊາຊົນນັບມື້ນັບໄດ້ຮັບຖືເປັນສຳຄັນ, ແທດຈິງ, ພິເສດແມ່ນປະຊາທິປະໄຕໂດຍກົງ, ປະຊາທິປະໄຕຮາກຖານ. ປະຊາຊົນເຂົ້າຮ່ວມ, ຕັດສິນນະໂຍບາຍກ່ຽວຂ້ອງເຖິງຊີວິດການເປັນຢູ່, ບັນດາບັນຫາໃຫຍ່ ແລະ ສຳຄັນຂອງປະເທດຊາດ. ທ່ານປະທານປະເທດ ຫວໍວັນເຖືອງ, ເນັ້ນໜັກວ່າ:

        “ແຕ່ລະຄົນມີຄວາມຄິດທີ່ແຕກຕ່າງກັນ, ຮັກຊາດດ້ວຍຄວາມຮັກແຕກຕ່າງ, ສະເພາະຂອງຕົນ, ບັນດາຈຸດລວມເພື່ອເຕົ້າໂຮມປະຊາຊົນ ຫວຽດນາມ ຜູ້ຮັກຊາດ ແມ່ນຖືເປົ້າໝາຍສ້າງສາປະເທດ ຫວຽດນາມ ວັດທະນາຖາວອນ ກາຍເປັນປະເທດພັດທະນາມີລາຍຮັບສູງ ໃນປີ 2045 ເປັນຈຸດຄືກັນ. ແນວທາງພື້ນຖານ, ເປົ້າໝາຍພັດທະນາຕ້ອງເປັນເອກະພາບກັນ, ຖືເປົ້າໝາຍສ້າງສາປະເທດຊາດໃຫ້ວັດທະນາຖາວອນ, ມີຄວາມຜາສຸກ ກາຍເປັນປະເທດພັດທະນາມີລາຍຮັບສູງແມ່ນເປົ້າໝາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ