ກອງປະຊຸມທົ່ວປະເທດຜັນຂະຫຍາຍການເຄື່ອນໄຫວສະເຫຼີມສະຫຼອງ 45 ປີ ແຫ່ງວັນປະຕິບັດພິໄນກຳ ຂອງປະທານໂຮ່ຈິມິນ

ກອງປະຊຸມທົ່ວປະເທດຜັນຂະຫຍາຍການເຄື່ອນໄຫວສະເຫຼີມສະຫຼອງ 45 ປີ ແຫ່ງວັນປະຕິບັດພິໄນກຳ ຂອງປະທານໂຮ່ຈິມິນ - ảnh 1
ທ່ານ​ຫວູ​ງອກ​ຮ່​ວາງ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳການ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາສູນ​ກາງ
(ພາບ: dangcongsan.vn)


(vovworld)-​ ​ ທີ່ກອງ​ປະ​ຊຸມທົ່ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ ສະ​ເຫຼີມ​ສະຫຼອງ 45 ປີ ​ແຫ່ງ​ວັນປະ​ຕິ​ບັດ​ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມິນ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳການ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາສູນ​ກາງ ທ່ານ​ຫວູ​ງອກ​ຮ່​ວາງ ເນັ້ນ​ໜັກ​ວ່າ ການ​ສະ​ເຫຼີມ​ສະຫຼອງ 45 ປີ ​ແຫ່ງວັນປະ​ຕິ​ບັດ​ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມິນ​ແມ່ນ​​ການ​ເຄື່ອນ​ໄຫວ​​ດ້ານການ​ເມືອງ​​ຢ່າງເລິກ​ເຊິ່ງ​​ກ້​ວາງ​ຂວາງໃນ​​ໝູ່ສະ​ມາ​ຊິກ​ພັກ, ພະ​ນັກ​ງານ ແລະ ປະ​ຊາ​ຊົນ. ຕາມນັ້ນ, ການໂຄ​ສະ​ນາ​ຈະ​ໄດ້​ຮັບ​ການຜັນ​ຂະ​ຫຍາຍ​ແຕ່​ເດືອນ 9 ຫາ ເດືອນ 11/2014 ແນ​ໃສ່ເຊື່ອມ​ຊຶມ, ຮ່ຳ​ຮຽນ, ໂຄ​ສະ​ນາ ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ, ຫຼັກ​ແຫຼ່ງໃນ​ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມິນ; ຍູ້​ແຮງ​ການ​ໂຄ​ສະ​ນາໃນ​​ໝູ່ປະ​ຊາ​ຊົນ​ກ່ຽວ​ກັບ​ໝາກ​ຜົນ 45 ປີ ແຫ່ງວັນປະ​ຕິ​ບັດ​ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມິນ.

        "ອີງ​ໃສ່​​ເນື້ອ​ໃນ​ພິ​ໄນ​ກຳ ແລະ ເຫັນ​ໄດ້​ບັນ​ດາ​ຄວາມ​ພະ​ຍາ​ຍາມ, ບັນ​ດາ​ຜົນສຳ​ເລັດ​ ແລະ ພິ​ເສດ​ແມ່ນ​ບັນ​ດາ​ຈຸດ​ອ່ອນ​ ເພື່ອແກ້​ໄຂ. ນີ້​ບໍ່​ແມ່ນ​ການໂຄ​ສະ​ນາຜົນ​ງານ​ ຫາກ ​ຕ້ອງ​ເຫັນ​ໄດ້ບັນ​ດາ​ຄວາມ​ພະ​ຍາ​ຍາມ, ບັນ​ດາຜົນສຳ​ເລັດ​ຂອງ​​ທົ່ວພັກ,​ທົ່ວ​ປວງ​ຊົນ ໃນ 45 ປີ ຜ່ານ​ມາ​ໃນ​ການ​ປະ​ຕິ​ບັດ​ພິໄນກຳ​ຂອງ​ປະ​ທານ​ໂຮ່​ຈິ​ມິນ."

ຂ່າວ/ບົດ​ອື່ນ