ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນ(SOM)ອາຊຽນ+3,SOMອາຊີຕາເວັນອອກ

ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນ(SOM)ອາຊຽນ+3,SOMອາຊີຕາເວັນອອກ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ SOM AMM 48 ວັນທີ 2/8

(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ (AMM 48) ​ແລະ ບັນດາ​ກອງປະຊຸມ​ກ່ຽວຂ້ອງພວມດຳ​ເນີນ​ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ, ຕອນ​ເຊົ້າ​ວັນ​ທີ 3/8, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ອາ​ຊຽນ ກັບ 3 ປະ​ເທດ​ຄູ່​ຮ່ວມ​ມື​ແມ່ນ: ຈີນ, ສ.​ເກົາຫຼີ ​ແລະ ຍີ່ປຸ່ນ (ອາ​ຊຽນ + 3) ພົບ​ປະກັນ​ເພື່ອ​ປຶກສາ​ຫາລືບັນດາ​​ໂຄງການ​ດຳ​ເນີນ​ງານ ສະ​ເໜີ​ຕໍ່​ກອງ​ປະຊຸມ​ລັດຖະມົນຕີ ອາ​ຊຽນ + 3 ​ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້. ກອງ​ປະຊຸມ​ຈະ​ສະ​ເໜີ​ຕໍ່​ບັນດາ​ລັດຖະມົນຕີ ໝາກຜົນ​​ແຫ່ງ​ການກວດກາ​ການ​ເຄື່ອນ​ໄຫວ​ໃນ​ການ​ປະຕິບັດ​ແຜນການ​ດຳ​ເນີນ​ງານອາ​ຊຽນ + 3 ​ໄລຍະ​ປີ 2007 – 2017, ພ້ອມ​ທັງ, ຍົກ​ອ​ອກ​ແຜນການ​ດຳ​ເນີນ​ງານໃຫ້​ຊຸມ​ປີ​ຕໍ່​ໄປ ​ເພື່ອ​ສະ​ເໜີ​ຕໍ່​ບັນດາ​ລັດຖະມົນຕີ. ​ໃນ​ວັນ​ດຽວ​ກັນ, ກອງ​ປະຊຸມ​ບັນດາເຈົ້າໜ້າ​ທີ່​ຂັ້ນ​ສູງ ອາຊຽນ - ອາຊີ​ຕາ​ເວັນ​ອອກ ກັບ 8 ປະ​ເທດ​ແມ່ນ: ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ອົດສຕາ​ລີ, ອິນ​ເດຍ, ນິວຊີ​ແລນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ (EAS) ກໍ່​ດຳ​ເນີນ​ຢູ່ ກົວ​ລາ​ລຳ​ເປີ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ເຮັດ​ໃຫ້​ກົນ​ໄກ​ການ​ຮ່ວມ​ມື​ໃນ​ປະຈຸ​ບັນ​ຂອງ ອາຊີ​ຕາ​ເວັນ​ອອກ​ພົ້ນ​ເດັ່ນ, ພິ​ເສດ​​ ເມື່ອ​ມີ​ການ​ເຂົ້າ​ຮ່ວມ​ຂອງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ແຕ່​ປີ 2011.

ຫງວຽນ​ທິທູ​ຮ່ຽນ ນັກ​ຂ່າວ  VOV ຈາກ ມາ​ເລ​ເຊຍ

ຂ່າວ/ບົດ​ອື່ນ