ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່ອາວຸ​ໂສອາ​ຊຽນກະກຽມ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ

ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່ອາວຸ​ໂສອາ​ຊຽນກະກຽມ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ - ảnh 1
ກອງ​ປະຊຸມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ອາ​ຊຽນ (SOM)
(ພາບ: ໝີ້ບີງ)

(vovworld) - ​ ວັນ​ທີ 05/09 ຢູ່​ນະຄອນຫລວງ ວຽງ​ຈັນ​, ລາວ ດຳ​ເນີນ​ກອງ​ປະຊຸມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ອາ​ຊຽນ (SOM) ​ເພື່ອ​ກະກຽ​ມ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29  ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວ​ຂ້ອງ​ ຈະ​ດຳ​ເນີນ​ໄປ​ໃນ​ລະ​ຫວ່າງ​ວັນ​ທີ 06 – 08/09. ທ່ານ ​ເລ​ຮ່ວາຍ​ຈູງ ຮອງ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ຫວຽດນາມ ຫົວໜ້າ SOM ອາ​ຊຽນ ຂອງ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມ​​ໄດ້​ສຸມ​ໃສ່​ກວດກາ ​ແລະ ສຳ​ເລັດ​​ໂຄງການ​ເຄື່ອນ​ໄຫວ, ​ ດຳ​ເນີນ​ງານ ​ແລ​ະ ​ເນື້ອ​ໃນ​​ເອກະສານ​ຕ່າງໆ ທີ່​ຈະ​ໄດ້​ຮັບ​ກາ​ນຮັບຮອງ​ເອົາ​ຢູ່​ບັນດາກ​ອງປະຊຸມ​ສຸດ​ຍອດ​ຈະ​ມາ​ເຖິງ. ຕາມ​​ແຜນການ,  ຈະ​ດຳ​ເນີນ 11 ກອງ​ປະຊຸມ​ຂັ້ນ​ສູງ ລວມມີ​ກອງ​ປະຊຸມ​ຍຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28  ​ແລະ 29; 9 ກອງ​ປະຊຸມຂັ້ນ​ສູງ ອາ​ຊຽນ + 1 ກັບ ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ອາ​ເມ​ລິ​ກາ, ອິນ​ເດຍ, ອົດ​ສະ​ຕາ​ລີ, ສະຫະ​ປະຊາ​ຊາດ; ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ + 3  ​ແລະ ກອງ​ປະຊຸມ​ອາຊີ​ຕາ​ເວັນ​ອອກ. ນອກ​ນັ້ນ ຈະ​ມີ​ກອງ​ປະ​ຊຸມ​ຂັ້ນ​ສູງ​ແມ່​ຂອງ - ຍີ່ປຸ່ນ ​ແລະ ບັນດາການເຄື່ອນ​ໄຫວ​ສຳຄັນ​​ອື່ນໆ​ອີກ.

ຂ່າວ/ບົດ​ອື່ນ