ກອງປະຊຸມປະທານສານບັນດາປະເທດອາຊຽນຄັ້ງທີ4

ກອງປະຊຸມປະທານສານບັນດາປະເທດອາຊຽນຄັ້ງທີ4 - ảnh 1

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: Pháp luật Tp.HCM)

(vovworld) – ກອງ​ປ​ະ​ຊຸມ​ປະ​ທານ​ສານ​ບັນ​ດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 4 ໄດ້​ໄຂ​ຂື້ນ​ໃນ​ຕອນ​ເຊົ້າ ວັນ​ທີ 1/04 ຢູ່​ນະ​ຄອນ​ໂຮ່​ຈີ​ມີນ. ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ ທ່ານ​ ເຈືອງ​ຮົ່ວ​ບີ່ງ ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ; ທ່ານ ອ​ວາງ​ຈູ​ລ​ືວ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ; ທ່ານ ເລ​ເລືອງ​ມີງ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ; ປະ​ທານ​ສານ 10 ປະ​ເທດອາ​ຊຽນ ຄື: ບູ​ຣ​ໄນ, ກຳ​ປູ​ເຈຍ, ອີນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມຽນ​ມາ, ຟີ​ລິບ​ປີນ, ສິງ​ກະ​ໂປ, ໄທ ແລະ ຫວຽດ​ນາມ; ບັນ​ດາຜູ້​ພິ​ພາກ​ສາ, ພະ​ນັກ​ງານ​ຂັ້ນ​ສູງ ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

        ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານ ເຈືອງ​ຮົ່ວ​ບີ່ງ ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດຫວຽດ​ນາມ ຢັ້ງ​ຢືນ​ວ່າ: ກອ​ງ​ປະ​ຊຸມ​ແມ່​ນ​ເວ​ທີ​ປາ​ໄສ​ຂັ້ນ​ສູງ ຂອງ​ຜູ້​ນຳ​ບັນ​ດາ​ ອົງ​ການ​ຍຸດ​ຕິ​ທຳ ຂອງ​ບັນ​ດາ​ປ​ະ​ເທດ​ອາ​ຊຽນ, ເພື່ອ​ແນ​ໃສ່​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ, ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈເຊິ່ງ​ກັນ ແລະ ກັນ ແລະ ຮັດ​ແໜ້ນ​ການ​ຮ່ວມ​ມືຫຼາຍ​ຝ່າຍ ລະ​ຫວ່າງ ​ບັນ​ດາ​ປະ​ເທດ​ຕ່າງໆ. ນີ້ກໍ່​ແມ່ນ​ເວ​ທີ​ປາ​ໄສ ເພື່ອ​ໃຫ​້ບັນ​ດາ​ປະ​ເທດ ​ແລກ​ປ່ຽນບັນ​ດາ​ນະ​ໂຍ​ບາ​ຍ​ລວມ ​ບັນ​ດາແນວ​ຄວາມ​ຄິດ​ໃນ​ການ​ຮ່ວມ​ມື ເພື່ອ​ແນ​ໃສ່ ສ້າງ​ພື້ນ​​ຖານດ້ານ​ຕຸ​ລາ​ການ ໃຫ້​ແກ່​ພາກ​ພື້ນ.

        “​ເລື່ອງການ​ເຊື່ອມ​ໂຍງ ແລະ ຍັບ​ມໍ່​ເຂົ້າ​ໃຫ້​ກ​ັນ ລະ​ຫວ່າງ​ ບັນ​ດາ​ລະ​ບົບ​ຍຸດ​ຕິ​ທຳ ແລະ ກົດ​ໝາຍ ໃນ​ພາກ​ພື້ນ​ອີງ​ໃສ່​ບັນ​ດາ​ມາດ​ຖານ​ລວມ ທີ່​ໄດ້​ຮັບ​ການຍອມ​ຮັບຢ່າງກວ້າງ​ຂວາງ ຈະ​ຊ່ວຍຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ ໃນ​ກາ​ນ​ປະ​ຕິ​ບັດ​ກ​ົດ​ໝາຍ ແລະ ສ້າງ​ເງື່ອ​ໄຂະ​ສະ​ດວກ ໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ ຢູ່​ບັນ​ດາ​ປະ​ເທດ​ອາ​ຊຽນ. ເພີ່​ມ​ທະ​ວີ​ລັກ​ສະ​ນະ​ຄວາມ​ໂປ່ງ​ໃສ ແລະ ຄວາມ​ສາ​ມາດ​ການ​ຄາດ​ຄະ​ເນ​ລ່ວງ​ໜ້າ ຂອງ​ລະ​ບົບ​ຕຸ​ລາ​ການ, ຊ່ວຍ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ຂອງບ​ັນ​ດາ​ນັກ​ລົງ​ທຶນ, ສ້າ​ງກາ​ລະ​ໂອ​ກາດ​ສຳ​ຜັດ​ກັບ​ແຫຼ່ງ​ທຶນ ແລະ ແກ່ງ​ແຍ້ງ​​ຢ່າງ​ມີຄວາມ​ສະ​ເໝີ​ພາບ ລະ​ຫວ່າງ​ ບັນ​ດາ​ປ​ະ​ເທດ”.

 


ຂ່າວ/ບົດ​ອື່ນ