ກອງປະຊຸມຜັນ ຂະຫຍາຍໜ້າທີ່ ສ້າງໂຄງປະກອບ ລັດວິສາຫະກິດ ຄືນ​ໃໝ່ໄລຍະ 2014-2015

ກອງປະຊຸມຜັນ ຂະຫຍາຍໜ້າທີ່ ສ້າງໂຄງປະກອບ ລັດວິສາຫະກິດ ຄືນ​ໃໝ່ໄລຍະ 2014-2015 - ảnh 1
ກອງປະຊຸມຜັນຂະຫຍາຍໜ້າທີ່ສ້າງໂຄງປະກອບລັດວິສາຫະກິດຄືນ​ໃໝ່ ​ໄລຍະ 2014-2015     (ພາບ: radiovietnam.vn)

(vovworld)- ຕອນ​ເຊົ້າ​ວັນ​ທີ 18/2, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ສ້າງ​​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່ ​ໄລຍະ 2014-2015. ບັນດາ​ຄຳ​ຄິດ​ຄຳ​ເຫັນ​ທີ່​ກ່່າວມາ​ໃນ​ກອງ​ປະຊຸມ​ລ້ວນ​ແຕ່​ຢືນຢັນ​ວ່າ ​ໃນ​ການ​ຊັບ​ຊ້ອນ, ​ສ້າງ​​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່ນັ້ນ, ການ​ຫັນ​ເປັນ​ຮຸ້ນ​ສ່ວນ​ສືບ​ຕໍ່​ແມ່ນ​ວິທີ​ການ​ແກ້​ໄຂ​ຕົ້ນຕໍ ​ແລະ ສຳຄັນ. ​ໃນ 3 ປີຜ່ານມາ, ທົ່ວ​ປະ​ເທ​ດ​ໄດ້ຫັນ​ລັດ​ວິ​ສາ​ຫະກິດ 99 ​ແຫ່ງເປັນ​ຮຸ້ນ​ສ່ວນ, ​ໃນ​ນັ້ນ ມີ​ບໍ​ລິ​ສັດ​ໃຫຍ່​ແຫ່ງ​ລັດ 19 ​ແຫ່ງ ​ແລະ ຊັບຊ້ອນ​ວິ​ສາ​ຫະກິດ 81 ​ແຫ່ງ​ຕາມ​ບັນດາ​ຮູບ​ແບບ​ທີ່​ແຕກ​ຕ່າງ​ກັນ. ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ຊີ້​ໃຫ້​ເຫັນ​ບາງ​ຄວາມ​ຫຍຸ້ງຍາກ, ສິ່ງ​ຄ້າງ​ຄາ​ໃນ​ການ​ສ້າງ​​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່ ຊຶ່ງ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ທັນ​ການ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ຖອນ​ເງິນ​ທຶນ, ຍຸບ​ເລີກ, ຂາຍ, ​ມອບ​ໂອນ​ວິ​ສາ​ຫະກິດ, ປະກາດ​ຂໍ້​ມູນ​ຂ່າວສານ, ລະບອບ​ເງິນ​ເດືອນ, ​ເງິນ​ບຳ​ເນັດ​ທີ່​ມີ​ຕໍ່​ພະນັກງານ​ຄຸ້ມ​ຄອງ ກໍ​ຄື​ສິ່ງ​ຄ້າງ​ຄາ​ໃນ​ການ​ນຳ​ໃຊ້​ກອງ​ທຶນ​ໜູນຊ່ວຍ​ຊັບຊ້ອນ ​ແລະ ພັດທະນາ​ວິ​ສາ​ຫະກິດ.

   ຕາມ​ແຜນການ​ໃນ 2 ປີ 2014-2015, ຈຳນວນ ວິ​ສາ​ຫະກິດ​ທີ່ີ ຫັນ​ເປັນ​ຮຸ້ນ​ສ່ວນ​ແມ່ນ​ກ່ວາ 430 ​ແຫ່ງ.

    ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ກອງ​ປະຊຸມ​ໄດ້​ຮັບ​ຟັງ​ຄຳ​ເຫັນ​ຂອງ​ບັນດາ​ກຸ່ມ​ເສດຖະກິດ, ບໍລິ​ສັດ​ແຫ່​ງລັດກ່ຽວ​ກັບ​ວິວັດ​ການ ຫັນ​ເປັນ​ຮຸ້ນ​ສ່ວນ ພ້ອມ​ກັບ​ບັນດາ​ຂໍ້​ສະ​ເໜີ​ແນະ​ຕໍ່ລັດຖະບານ.

ຂ່າວ/ບົດ​ອື່ນ