ກອງປະຊຸມຜ່ານອິນເຕີເນັດກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີເສດຖະກິດ-ສັງຄົມ


ກອງປະຊຸມຜ່ານອິນເຕີເນັດກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີເສດຖະກິດ-ສັງຄົມ - ảnh 1
ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld)- ​ຕອນ​ເຊົ້າວັນ​ທີ 4/1, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕ​ຫວຽດ​ນາມ ​ວູ້​ດຶກ​ດາມ ໄດ້​ເຂົ​້າຮ່ວມ ກອງ​ປະ​ຊຸມ​ຜ່ານ​ເຄືອ​ຂ່າຍ​ອິ​ນເຕີ​ເນັດກ່ຽວ​ກັບ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ໂດຍ​ກະ​ຊວງວິ​ທະ​ຍ​າ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຈັດ​ຕັ້ງ. ທີ່ກອງ​ປະ​ຊຸມ, ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ຊີ້​ແຈ້ງວ່າ ເຖິງວ່າ​ດັດ​ຊະ​ນີ​ການ​ປ່ຽນ​ໃໝ່​ປະ​ດິດ​ຄິດ​ສ້າງ​ບັນ​ລຸ​ລະ​ດັບ​ດີ​ພໍ​ສົມ​ຄວນ​ກໍ​ຕາມ, ແຕ່​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂອງ​ຫວຽດ​ນາມ​ຍັງ​ບໍ່​ທັນ​ສູງ. ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ຍົກ​ອອກ 6 ປັດ​ໄຈ​ເພື່ອ​ພັດ​ທະ​ນາ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ ນັ້ນ​ແມ່ນ​ລະ​ບອບ​ລະ​ບຽບ​ການ, ກົນ​ໄກ, ສິ່ງ​ແວດ​ລ້ອມ, ມະ​ນຸດ, ພະ​ນັກ​ງານ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​, ແຫຼ່ງ​ເງິນ​ລົງ​ທຶນ, ພື້ນ​ຖານ​ໂຄງ​ລ່າງ, ຄວາມ​ສາ​ມາດ​ເຊື່ອມ​ໂຍງ…ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ :

  “ ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ຕ້ອງ​ຕິດ​ພັນ​ກັບ​ຕະຫຼາດ​ບົນ​ພື້ນ​ຖານ​ຕ້ອງ​ເຂົ້າ​ໃຈ​ວ່າ ຕະຫຼາດ​​ພວມຕ້ອງ​ການ​ຫຍັງ,  ແລະ ຈະຕ້ອງ​ການ​ຫຍັງ​ເພື່ອ​ວາງ​ອອກ​ທິດ​ກ້າວ​ເດີນ​ທີ່​ສອດ​ຄ່ອງ. ຄຸນ​ນະ​ພາບ, ຄຸນ​ຄ່າ​ທີ່​ໄດ້​ມາ​ຂອງ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ ກ​ໍ​ຕ້ອງໂດຍ​ແມ່​ນ​ຕະຫຼາດ​ຕີ​ລາ​ຄາ, ຕັດ​ສິນ ”

ຂ່າວ/ບົດ​ອື່ນ