ກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8

(VOVWORLD) -ທີ່ກອງປະຊຸມ, ທ່ານລັດຖະມົນຕີ ດ່າວງອກຢຸງ ໄດ້ສະເໜີໃຫ້ລາວ ສືບຕໍ່ສ້າງເງື່ອນໄຂເພື່ອຮັບເອົາຄົນງານ ຫວຽດນາມ ໄປເຮັດວຽກໃນບັນດາໂຄງການລົງທຶນ ແລະ ກິດຈະການກໍ່ສ້າງຢູ່ລາວ
ກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8 - ảnh 1ລັດຖະມົນຕີທັງສອງທ່ານໄດ້ລົງນາມໃນບົດບັນທຶກກອງປະຊຸມ

     ວັນທີ 5 ທັນວານີ້, ຢູ່ນະຄອນ ຫຼວງພະບາງ, ໄດ້ຈັດກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມລາວ-ຫວຽດນາມ ຄັ້ງທີ 8, ໂດຍທ່ານນາງ ໃບຄຳ ຂັດຕິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ເປັນປະທານ. ແລະ ທ່ານ ດ່າວງອກຢຸງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ເປັນປະທານຮ່ວມ.

ທີ່ກອງປະຊຸມ, ທ່ານລັດຖະມົນຕີ ດ່າວງອກຢຸງ ໄດ້ສະເໜີໃຫ້ລາວ ສືບຕໍ່ສ້າງເງື່ອນໄຂເພື່ອຮັບເອົາຄົນງານ ຫວຽດນາມ ໄປເຮັດວຽກໃນບັນດາໂຄງການລົງທຶນ ແລະ ກິດຈະການກໍ່ສ້າງຢູ່ລາວ. ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະສັນກັນວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ສຸມໃສ່ຜັນຂະຫຍາຍບັນດາເນື້ອໃນຂອງສັນຍາ, ເພີ່ມທະວີການຈັດຕັ້ງບັນດາກອງປະຊຸມວິຊາສະເພາະ ເພື່ອສາມາດປຶກສາຫາລືຢ່າງເລິກເຊິ່ງກ່ວາອີກ ແລະ ຮັບໃຊ້ວຽກງານສ້າງກົດໝາຍ ແລະ ນະໂຍບາຍຂອງສອງປະເທດ.

     ໃນຕອນທ້າຍຂອງກອງປະຊຸມ, ລັດຖະມົນຕີທັງສອງທ່ານໄດ້ລົງນາມໃນບົດບັນທຶກກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8 ເຊິ່ງໄດ້ສຸມໃສ່ບັນດາເນື້ອໃນລະອຽດເພື່ອຜັນຂະຫຍາຍແຜນການຮ່ວມມືໄລຍະ 2023-2025.

ຕອບກັບ

ຂ່າວ/ບົດ​ອື່ນ