ກອງປະຊຸມລັດຖະມົນຕີກາງສະໄໝ ຄັ້ງທີ 18 ຂະບວນການບໍ່ຮ່ວມກຸ່ມ

(VOVWORLD) - ທ່ານຮອງລັດຖະມົນຕີ ດັ້ງດິ່ງກຸ໋ຍ ໄດ້ເນັ້ນໜັກວ່າ: ຂະບວນການບໍ່ຮ່ວມກຸ່ມ ຕ້ອງນຳໜ້າໃນການຊຸກຍູ້ຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງ ໂດຍອີງໃສ່ກົດບັດ ສປຊ ແລະ ກົດໝາຍສາກົນ.

ກອງປະຊຸມລັດຖະມົນຕີກາງສະໄໝ ຄັ້ງທີ 18 ຂະບວນການບໍ່ຮ່ວມກຸ່ມ - ảnh 1

ທ່ານ ດັ້ງດິ່ງກຸ໋ຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ 

(ພາບ: Phạm Kiên/TTXVN )

ໃນລະຫວ່າງວັນທີ 5 – 6 ເມສາ, ຢູ່ນະຄອນຫຼວງ Baku, ປະເທດ Azerbaijan, ໄດ້ຈັດຕັ້ງກອງປະຊຸມລັດຖະມົນຕີຄັ້ງທີ 18 ຂະບວນການບໍ່ຮ່ວມກຸ່ມ ດ້ວຍຫົວຂໍ້ “ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບເພື່ອການພັດທະນາແບບຍືນຍົງ”. ເຂົ້າຮ່ວມກອງປະຊຸມຜູ້ມີຕາງໜ້າຂອງ 69 ປະເທດສະມາຊິກ ແລະ ຜູ້ຕາງໜ້າບາງປະເທດ ແລະ ອົງການໃນພາກພື້ນ, ສາກົນ ເຊິ່ງເປັນນັກສັງເກດການຂອງຂະບວນການບໍ່ຮ່ວມກຸ່ມ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ດັ້ງດິ່ງກຸ໋ຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ນຳໜ້າເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ດັ້ງດິ່ງກຸ໋ຍ ໄດ້ເນັ້ນໜັກວ່າ: ຂະບວນການບໍ່ຮ່ວມກຸ່ມ ຕ້ອງນຳໜ້າໃນການຊຸກຍູ້ຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງ ໂດຍອີງໃສ່ກົດບັດ ສປຊ ແລະ ກົດໝາຍສາກົນ. ເພື່ອຫຼີກລ້ຽງບັນດາໄພເກີດການປະທະກັນ, ເກີດສົງຄາມ, ຄວນຊຸກຍູ້ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ລະງັບໃຈບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ. ທ່ານຮອງລັດຖະມົນຕີ ດັ້ງດິ່ງກຸ໋ຍ ຢືນຢັນວ່າ: ພ້ອມກັບບັນດາປະເທດ ອາຊຽນ, ຍາມໃດ ຫວຽດນາມ ກໍ່ເຄົາລົບ ແລະ ຍົກສູງບັນດາຫຼັກການຂອງກົດບັດ ສປຊ ແລະ ກົດໝາຍສາກົນ. ສຳລັບບັນຫາທະເລຕາເວັນອອກ, ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍລະງັບໃຈ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ເຄົາລົບບັນດາວິວັດທະນາການທາງການທູດ, ນິຕິກຳ, ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ, ບັນລຸປະມວນກົດໝາຍມີລັກສະນະຜູກມັດ ແລະ ມີປະສິດທິຜົນກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກໂດຍໄວ.

        ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Azerbaijan ມີການຕ້ອນຮັບທ່ານຮອງລັດຖະມົນຕີ ດັ້ງດິ່ງກຸ໋ຍ. ຄະນະຜູ້ແທນ ຫວຽດນາມ ກໍ່ມີການພົບປະກັບຄະນະປະຕິບັດງານຫຼາຍຄະນະຄື: Nicaragua, Venezuela, Bolivia, Ecuador… ເພື່ອຊຸກຍູ້ການພົວພັນຮ່ວມມືໃນຂົງເຂດ ການເມືອງ, ການທູດ, ເສດຖະກິດ, ການຄ້າ, ການສຶກສາ ແລະ ໃນບັນດາເວທີປາໄສຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ