ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20: ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ພົບ​ປະ​​ເຈ​ລະ​ຈາ​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ

(VOVWORLD) -ລັດຖະມົນຕີການຕ່າງປະເທດຂອງ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາກ່ຽວກັບເນື້ອໃນຕົ້ນຕໍ ນັ້ນແມ່ນ ການຮ່ວມມືດ້ານຄວາມໝັ້ນຄົງ, ສະກັດກັ້ນຄວາມສ່ຽງຊ້ອນແຝງຈາກ ສປປ.ເກົາຫຼີ.

        ວັນທີ 8 ກໍລະກົດ, ລັດຖະມົນຕີການຕ່າງປະເທດຂອງ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາກ່ຽວກັບເນື້ອໃນຕົ້ນຕໍ ນັ້ນແມ່ນ ການຮ່ວມມືດ້ານຄວາມໝັ້ນຄົງ, ສະກັດກັ້ນຄວາມສ່ຽງຊ້ອນແຝງຈາກ ສປປ.ເກົາຫຼີ. ໃນການພົບປະເຈລະຈາທີ່ດຳເນີນຢູ່ ເກາະ ບາລີ (ອິນໂດເນເຊຍ), ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20).

        ຕາມຖະແຫຼງການຂອງກະຊວງການຕ່າງປະເທດ ສ.ເກົາຫຼີ ແລ້ວ, ບັນດາລັດຖະມົນຕີການຕ່າງປະເທດ ໄດ້ເຫັນດີເພີ່ມທະວີການຮ່ວມມືປ້ອງກັນ, ສະກັດກັ້ນ ໄປຄຽງຄູ່ກັບຄວາມມານະພະຍາຍາມເຊື່ອມຕໍ່ການເຈລະຈາກັບ ພຽງຢາງ ຄືນໃໝ່. ບັນດາລັດຖະມົນຕີການຕ່າງປະເທດ ຖືວ່າ ຕ້ອງມີປະຕິກິລິຍາທີ່ເປັນເອກະພາບກັນ, ແຂງແກ່ນ ແລະ ສົມທົບກັນຢ່າງແໜ້ນແຟ້ນ “ອີງໃສ່ວິທີການສຳຜັດທາງການທູດທີ່ມີໄຫວພິບ, ເປີດອົກເປີດໃຈ ເພື່ອໃຫ້ ພຽງຢາງ ກັບຄືນສູ່ການເຈລະຈາ”.

        ທີ່ການພົບປະເຈລະຈາ, ບັນດາລັດຖະມົນຕີກໍໄດ້ປຶກສາຫາລືກ່ຽວກັບມາດຕະການເປີດກວ້າງການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ 3 ປະເທດ, ພ້ອມທັງຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການຮ່ວມມື 3 ຝ່າຍ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍຢູ່ພາກພື້ນ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ