ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ສ.ເກົາຫຼີ

(VOVWORLD) - KASI ຈະປະຕິບັດ ແລະ ຍົກລະດັບບັນດາໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດ, ພ້ອມທັງເຮັດໃຫ້ການພົວພັນກັບ ອາຊຽນ ເລິກເຊິ່ງກ່ວາອີກ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ສ.ເກົາຫຼີ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນເປັນປະທານກອງປະຊຸມ (ພາບ: TTXVN)

ຢູ່ນະຄອນຫຼວງ ຈາກາຕາ  (ອິນໂດເນເຊຍ), ວັນທີ 13 ກໍລະກົດ, ທ່ານ ບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Jin ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສ.ເກົາຫຼີໃນຂອບເຂດບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 56.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ການຮ່ວມມືຂອງສອງຝ່າຍນັບມື້ນັບໄດ້ພັດທະນາ. ອາຊຽນ ສະແດງຄວາມຊົມເຊີຍຕໍ່ບັນດາຄຳໝັ້ນສັນຍາສ້າງການພົວພັນຢ່າງແໜ້ນແກ່ນ, ລວມມີ ຂໍ້ລິເລີ່ມສ້າງຄວາມສາມັກຄີລະຫວ່າງ ສ.ເກົາຫຼີ - ອາຊຽນ (KASI), ມຸ່ງໄປເຖິງການສ້າງຄູ່ຮ່ວມມືຍຸດທະສາດ ຮອບດ້ານ ອາຊຽນ - ສ.ເກົາຫຼີເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງຄູ່ຮ່ວມມືສົນທະນ ສ.ເກົາຫຼີ - ອາຊຽນ ປີ 2024.

ສ່ວນທ່ານ ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ  Park Jin ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາວ່າ ສ.ເກົາຫຼີ ຈະສວມບົດບາດນັບມື້ນັບເປັນເຈົ້າການ ໃນການສະໜັບສະໜູນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ຕາມທ່ານລັດຖະມົນຕີການຕ່າງປະເທດ Park Jin ແລ້ວ, KASI ຈະປະຕິບັດ ແລະ ຍົກລະດັບບັນດາໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດ, ພ້ອມທັງເຮັດໃຫ້ການພົວພັນກັບ ອາຊຽນ ເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ