ກອງປະຊຸມລັດຖະມົນຕີການພົວພັນຄູ່ຮ່ວມມືແມ່ຂອງ-ອາເມລິກາ ຄັ້ງທີ 1

(VOVWORLD) -  ກອງປະຊຸມໄດ້ປະກາດການຍົກລະດັບການຮ່ວມມືຂຶ້ນເປັນການພົວພັນຄູ່ຮ່ວມມືແມ່ຂອງ - ອາເມລິກາ (MUSP) ຢ່າງເປັນທາງການ ບົນພື້ນຖານຜົນສຳເລັດຂອງກົນໄກຂໍ້ລິເລີ່ມແມ່ຂອງຕອນລຸ່ມ (LMI) ເຊິ່ງໄດ້ຮັບການສ້າງຕັ້ງແຕ່ປີ 2009
ກອງປະຊຸມລັດຖະມົນຕີການພົວພັນຄູ່ຮ່ວມມືແມ່ຂອງ-ອາເມລິກາ ຄັ້ງທີ 1 - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ (ພາບ: TTXVN)

  ວັນທີ 11 ກັນຍາ, ກອງປະຊຸມລັດຖະມົນຕີການພົວພັນຄູ່ຮ່ວມມືແມ່ຂອງ - ອາເມລິກາ ຄັ້ງທີ 1 ໄດ້ຈັດຕັ້ງຕາມຮູບການທາງອອນລາຍ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານຮອງລັດຖະມົນຕີ, ຜູ້ປະຈຳການກະຊວງການຕ່າງປະເທດ ອາເມລິກາ Stephen Biegun (ຕາງໜ້າໃຫ້ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo) ເປັນປະທານຮ່ວມ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ເລຂາທິການໃຫຍ່ ອາຊຽນ.

        ກອງປະຊຸມໄດ້ປະກາດການຍົກລະດັບການຮ່ວມມືຂຶ້ນເປັນການພົວພັນຄູ່ຮ່ວມມືແມ່ຂອງ - ອາເມລິກາ (MUSP) ຢ່າງເປັນທາງການ ບົນພື້ນຖານຜົນສຳເລັດຂອງກົນໄກຂໍ້ລິເລີ່ມແມ່ຂອງຕອນລຸ່ມ (LMI) ເຊິ່ງໄດ້ຮັບການສ້າງຕັ້ງແຕ່ປີ 2009, ສ້າງພື້ນຖານໃຫ້ແກ່ການເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງການພົວພັນຄູ່ຮ່ວມມື, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ, ວັດທະນາຖາວອນຂອງພາກພື້ນໃນໄລຍະໃໝ່ຢ່າງມີປະສິດທິຜົນ. ກອງປະຊຸມ ກໍ່ເຫັນດີເປັນເອກະພາບເພີ່ມທະວີການຊ່ວຍໜູນກັນ ແລະ ສົມທົບກັບ ອາຊຽນ, ບັນດາຂອບເຂດການຮ່ວມມືແມ່ຂອງທີ່ມີຢູ່ແລ້ວໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ