ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ

(VOVWORLD) - ໃນວັນທີ 5-6 ກໍລະກົດ, ຢູ່ນະຄອນຫຼວງ Baku ປະເທດ Azerbaijan ໄດ້ຈັດກອງປະຊຸມລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມດ້ວຍຫົວເລື່ອງ “ບໍ່ຮ່ວມກຸ່ມ: ສາມັກຄີ ແລະ ປະເຊີນໜ້າກັບບັນດາສິ່ງທ້າທາຍຫາກໍ່ເກີດຂຶ້ນຢ່າງໝັ້ນຄົງ”.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ - ảnh 1

 ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: dangcongsan.vn)

   ກອງປະຊຸມໄດ້ສຸມໃສ່ແລກປ່ຽນ ແລະ ຮັບຮອງເອົາເອກະສານສະບັບສຸດທ້າຍຂອງບັນດາທ່ານລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມບັນດາບັນຫາສາກົນ ແລະ ພາກພື້ນທີ່ສຳຄັນ ກໍ່ຄືວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມຄັ້ງທີ 19 ທີ່ຈະຈັດຂຶ້ນຢູ່ Kampala, Uganda, ໃນເດືອນມັງກອນປີ 2024. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີຜູ້ຕາງໜ້າ 80 ທ່ານຂອງບັນດາປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ, ບັນດາປະເທດ, ອົງການຈັດຕັ້ງພາກພື້ນ, ສາກົນ ແມ່ນຜູ້ສັງເກດການຂະບວນການບໍ່ຮ່ວມກຸ່ມ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ໄດ້ປະຕິບັດແນວທາງການຕ່າງປະເທດເອກະລາດ: ເປັນເຈົ້າຕົນເອງ, ເພື່ອປົກປ້ອງຜົນປະໂຫຍດຂອງປະເທດຊາດ-ຊົນຊາດໃນລະດັບສູງສຸດ. ເນື່ອງໃນໂອກາດນີ້, ທ່ານໄດ້ອັບເດັດສະພາບການຢູ່ທະເລຕາເວັນອອກ ແລະ ຮຽກຮອງໃຫ້ບັນດາປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ