ກອງປະຊຸມລັດຖະມົນຕີສຶກສາອາຊຽນບັນລຸໄດ້ຫຼາຍບັນຫາສຳຄັນ

ກອງປະຊຸມລັດຖະມົນຕີສຶກສາອາຊຽນບັນລຸໄດ້ຫຼາຍບັນຫາສຳຄັນ - ảnh 1
ກອງ​ປະຊຸ​ມລັດຖະມົນຕີ​ສຶກສາ​ອາ​ຊຽນ ບັນລຸ​ໄດ້​ຫຼາຍບັນ​ຫາ​ສຳຄັນ
(ພາບ: vietnamplus.vn)


(vovworld) – ກອງ​ປະຊຸ​ມລັດຖະມົນຕີ​ສຶກສາ​ອາ​ຊຽນ ຄັ້ງ​ທີ 8 ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນຫຼວງວຽງ​ຈັນ, ປະ​ເທດ​ລາວ ​ໃນ​ລະຫວ່າງ​ວັນ​ທີ 11 – 12/09 ປະສົບ​ຜົນສຳ​ເລັດຢ່າງ​ດີງາມ. ທີ່​ກອງ​ປະຊຸມ, ການ​ນຳ​ຂະ​ແໜງ​ສຶກສາ​ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ສະ​ເໜີ​ບົດ​ທາ​ບທາມ​ຄວາມ​ເຫັນ​ທີ່​ສຳຄັນ​ຫຼາຍ​ບົດ, ເພື່ອ​ແນ​ໃສ່​ສ້າງ​ແຜນການ​ສຶກສາ​ອາ​ຊຽນ ​ໄລ​ຍະ 5 ປີ (​ແຕ່​ປີ 2016 - 2020); ກອງ​ປະຊຸມ​​ໄດ້ເປັນ​ເອກະ​ພາບ​ກ່ຽວ​ກັບ​ບັນດາ​ໂຄງການ​ແລກປ່ຽນ​ນັກຮຽນ​ອາ​ຊຽນ, ກໍ່​ຄື​ເພີ່ມ​ທະວີ​ການ​ພົວພັນ​ບຳລຸງ​ສ້າງລະ​ຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ໃນ​ກຸ່ມ ​ໃນ​ຫຼາຍ​ຂົງ​ເຂດ, ຂະ​ແໜງອາຊີ​ບ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກອງ​ປະຊຸມ​ລັດຖະມົນຕີ​ສຶກສາ​ອາ​ຊຽນ ຄັ້ງ​ທີ 8 ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ພື້ນຖານ​ເພື່ອ​ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ປະຊາ​ຄົມ​ເສດຖະກິດ, ສັງຄົມ​ອາ​ຊຽນ ຄັ້ງ​ທີ 2 ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 27/09 ຢູ່​ປະ​ເທດ​ມຽນມາ.

ຂ່າວ/ບົດ​ອື່ນ