ກອງ​ປ​ະ​ຊຸມ​​ວິ​ສາ​ມັນ ຄັ້ງ​ທີ 5, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ 4 ເນື້ອ​ໃນ

(VOVWORLD) - ກອງປະຊຸມວິສາມັນ ຄັ້ງທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະພິຈາລະນາ, ຮັບຮອງເອົາ  4 ເນື້ອໃນ. 
ກອງ​ປ​ະ​ຊຸມ​​ວິ​ສາ​ມັນ ຄັ້ງ​ທີ 5, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ 4 ເນື້ອ​ໃນ - ảnh 1ກອງປະຊຸມກະກຽມຈັດກອງປະຊຸມວິສາມັນ ຄັ້ງທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: TTXVN)

ກອງປະຊຸມວິສາມັນ ຄັ້ງທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຖືກໄຂຂຶ້ນໃນວັນທີ 15 ມັງກອນ ແລະ ຄາດວ່າຈະປິດລົງໃນຕອນເຊົ້າວັນທີ 18 ມັງກອນ, ຕາມຮູບແບບໂຮມປະຊຸມຢູ່ຫໍສະພາແຫ່ງຊາຊາທີ່ຮ່າໂນ້ຍ. ທີ່ກອງປະຊຸມ, ສະພາແຫ່ງຊາດ ຫວຽດນາມ ຈະພິຈາລະນາ, ຮັບຮອງເອົາ  4 ເນື້ອໃນ, ລວມມີ: ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ); ຮ່າງມະຕິວ່າດ້ວຍບາງກົນໄກ, ນະໂຍບາຍສະເພາະ ເພື່ອແກ້ໄຂຄວາມທຸກຍາກ, ຂໍ້ຕິດຂັດ, ຍູ້ໄວຄວາມຄືບໜ້າປະຕິບັດໂຄງການເປົ້າໝາຍແຫ່ງຊາດ; ກ່ຽວກັບການປັບປຸງແຜນການລົງທຶນພາກລັດ ໄລຍະກາງ ງົບປະມານສູນກາງ ໄລຍະ 2021 – 2025 ຈາກແຫຼ່ງເງິນສະສົມລວມ ທຽບເທົ່າກັບການເພີ່ມລາຍຮັບງົບປະມານສູນກາງປີ 2022 ສຳລັບບັນດາໜ້າທີ່, ໂຄງການລົງທຶນພາກລັດ ແລະ ປັບປຸງແຜນການລົງທຶນພາກລັດ ໄລຍະກາງ ໃຫ່ແກ່ກຸ່ມບໍລິສັດໄຟຟ້າ ຫວຽດນາມ ຈາກແຫຼ່ງຄັງແຮຂອງແຜນການລົງທຶນພາກລັດໄລຍະກາງ.

ວາລະໄຂ ແລະ ປິດກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດຊຸດທີ  XV ນີ້ ຈະໄດ້ຖ່າຍທອດສົດຜ່ານຄື້ນວິທະຍຸກະຈາຍສຽງ ຫວຽດນາມ, ຊ່ອງໂທລະພາບແຫ່ງຊາດ ຫວຽດນາມ ແລະ ໂທລະພາບສະພາແຫ່ງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ