ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ກວາງ​ບິ່ງ ​ປີ 2023

(VOVWORLD) - ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ແຂວງກວາງບິ່ງ ໄດ້ສົມທົບກັບກະຊວງແຜນການ ແລະ ການລົງທຶນ, ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມປະກາດແຜນກຳນົດ ແຂວງ ກວາງບິ່ງ ແລະ ສົ່ງເສີມການລົງທຶນປີ 2023

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ກວາງ​ບິ່ງ ​ປີ 2023 - ảnh 1ກອງປະຊຸມປະກາດແຜນກຳນົດ ແຂວງ ກວາງບິ່ງ ແລະ ສົ່ງເສີມການລົງທຶນປີ 2023 (ພາບ: TTXVN)

ດ້ວຍຫົວຂໍ້ “ນຳແຂວງກວາງບິ່ງ ຫຍັບໃກ້ກັບນັກລົງທຶນ”, ກອງປະຊຸມໄດ້ສະໜອງບັນດາຂໍ້ມູນພື້ນຖານຂອງແຂວງ ກ່ຽວກັບການວາງແຜນກຳນົດແຂວງ ໄລຍະ 2021 – 2030, ວິໄສທັດຮອດປີ 2050, ກອງປະຊຸມແມ່ນກາລະໂອກາດເພື່ອໃຫ້ບັນດາຜູ້ຄຸ້ມຄອງ, ນັກຊ່ຽວຊານ, ນັກລົງທຶນ, ວິສາຫະກິດ ປະກອບຄຳເຫັນຊ່ວຍແຂວງ ກວາງບິ່ງ ຮັບຮູ້ໄດ້ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ກາລະໂອກາດ, ສະພາບແວດລ້ອມ ແລະ ຄວາມແຕກຕ່າງກັນເມື່ອມາລົງທຶນຢູ່ ແຂວງກວາງບິ່ງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ສະເໜີວ່າ ແຂວງຕ້ອງຍູ້ແຮງຄວາມບຸກທະລຸ ດ້ວຍ 4 ເສົາຄ້ຳພັດທະນາ, 3 ສູນຕົວເມືອງ, 3 ແລວ ເສດຖະກິດ, 2 ສູນກຳລັງໜູນການເຕີບໂຕ ແລະ 3 ບຸກທະລຸຍຸດທະສາດ. ລະດົມທຸກແຫຼ່ງກຳລັງຢ່າງສູດຂີດເພື່ອໃຫ້ແຂວງກວາງບິ່ງ ແລະ ບັນດາແຂວງຕອນກາງພາກໃຕ້ ເພີ່ມຄວາມໄວໃນການຟື້ນຟູ ແລະ ພັດທະນາ. ຢູ່ກອງປະຊຸມ, ມີນັກລົງທຶນ, ສະຫະພັນ, ວິສຫາກິດຫຼາຍແຫ່ງມີຄວາມຫວັງວ່າ ຍຸດທະສາດຂອງແຂວງ ໄດ້ມີຢູ່ແລ້ວ, ດັ່ງນັ້ນ ແຂວງກວາງບິ່ງ ຕ້ອງມີການປະຕິຮູບຢ່າງແທດຈິງ ແລະ ຢືດໝັ້ນ, ມຸ່ງໄປເຖິງເປົ້າໝາຍໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ