ກອງປະຊຸມສົ່ງເສີມການລົງທຶນແຂວງ ຮ່າຢາງ ປີ 2017

(VOVWORLD) - ຕອນເຊົ້າວັນທີ 27 ພະຈິກ, ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ 2017 ດ້ວຍຫົວຂໍ້ວ່າ “ການຮ່ວມມືລົງທຶນ ແລະ ພັດທະນາ”.
ກອງປະຊຸມສົ່ງເສີມການລົງທຶນແຂວງ ຮ່າຢາງ ປີ 2017 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP)

 ຕອນເຊົ້າວັນທີ 27 ພະຈິກ, ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ 2017 ດ້ວຍຫົວຂໍ້ວ່າ “ການຮ່ວມມືລົງທຶນ ແລະ ພັດທະນາ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຖືວ່າ: ຄວາມສາມາດບົ່ມຊ້ອນດ້ານກະສິກຳ, ສະໝູນໄພ, ເສດຖະກິດຊາຍແດນ, ການພັດທະນາການທ່ອງທ່ຽວຂອງແຂວງແມ່ນໃຫຍ່ຫລວງຢູ່ ແລະ ບັນດາທ່າໄດ້ປຽບນີ້ ໂດຍບັນດານັກລົງທຶນພົບເຫັນ ແລະ ຂຸດຄົ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີທາງແຂວງ ສ້າງບັນດາທ່າໄດ້ປຽບໃນການແກ່ງແຍ້ງ ແລະ ເພີ່ມທະວີລັກສະນະດູດດື່ມໃນການດຶງດູດການລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດານັກລົງທຶນຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ພິຊິດການທົດສອບ. ຮ່າຢາງ ຕ້ອງການບັນດາວິສາຫະກິດມີຂອບຂະໜາດຫລາຍກ່ວາອີກ, ພໍ່ພຽງແຕ່ມີ TH True Milk, Thien Minh, ບັນດານັກລົງທຶນ ຍີ່ປຸ່ນ ເທົ່ານັ້ນ ຫາກຕ້ອງມີຫລາຍນັກລົງທຶນກ່ວາອີກ. ບັນດາໂຄງການລົງທຶນມີລັກສະນະແຜ່ຂະຫຍາຍ, ສ້າງວຽກເຮັດງານທຳລາຍຮັບແບບຍືນຍົງໃຫ້ແກ້ທ້ອງຖິ່ນ ນັ້ນແມ່ນເປົ້າໝາຍມຸ່ງໄປເຖິງຂອງ ຮ່າຢາງ. ນີ້ກໍ່ແມ່ນລູກກະແຈໃຫ້ ຮ່າຢາງ ແລະ ເຂດທາງທິດຕາເວັນຕົກສ່ຽງເໜືອບືນຕົວຂຶ້ນໃນໄລຍະຈະມາເຖິງ.”
ທີ່ກອງປະຊຸມ, ແຂວງ ຮ່າຢາງ ໄດ້ມອບຂໍ້ຕົກລົງການລົງທຶນ 18 ສະບັບ, ບົດບັນທຶກຊ່ວຍຈຳການລົງທຶນ 17 ສະບັບດ້ວຍຍອດເງິນລົງທຶນ 16.100 ຕື້ດົ່ງ ໃຫ້ບັນດານັກລົງທຶນ.

ກອງປະຊຸມສົ່ງເສີມການລົງທຶນແຂວງ ຮ່າຢາງ ປີ 2017 - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ຮ່າຢາງ

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບການນຳບາງກະຊວງ, ຂະແໜງການເຮັດວຽກກັບການນຳແຂວງ ຮ່າຢາງ ກ່ຽວກັບການພັດທະນາເສດຖະກິດສັງຄົມ. ສະຫລຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ຮ່າຢາງ ສູ້ຊົນເຖິງທ້າຍອາຍຸການ ຈະສ້າງຄວາມສົມດຸ່ນງົບປະມານໃຫ້ໄດ້ 40 – 50 %, ຫລຸດຜ່ອນເງິນອຸດໜູນຈາກສູນກາງ; ພິເສດແມ່ນເອົາໃຈໃສ່ເຖິງການຫລຸດຜ່ອນຄວາມທຸກຍາກ. ທາງແຂວງ ສືບຕໍ່ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອຊຸກຍູ້ການປະຕິຮູບດ້ານການບໍລິຫານ. ພ້ອມກັນນັ້ນ ແມ່ນສືບຕໍ່ສ້າງບັນດາເຄື່ອງໝາຍຜະລິດຕະພັນທີ່ມີຊື່ສຽງໃຫ້ ຮ່າຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ