ກອງປະຊຸມສຸດຍອດ ອາເມລິກາ - ອາຟະລິກາ

(VOVWORLD) -ທີ່ກອງປະຊຸມ, ຄາດວ່າ, ບັນດາການນຳ ອາເມລິກາ ແລະ ອາຟະລິກາ ຈະປະກາດບັນດາຂໍ້ລິເລີ່ມໃໝ່ເພື່ອເພີ່ມທະວີການເຂົ້າຮ່ວມຂອງ ອາເມລິກາ ເຂົ້າສັນຍາພາກພື້ນການຄ້າເສລີ ອາຟະລິກາ (AfCFTA)

        ຄາດວ່່າ, ມີປະມຸກລັດ ແລະ ຜູ້ນຳລັດຖະບານບັນດາປະເທດ ອາຟະລິກາ ປະມານ 50 ທ່ານ ຈະໄປ ອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດ ອາເມລິກາ - ອາຟະລິກາ, ເຊິ່ງຈັດຂຶ້ນໃນເວລາ 3 ວັນ, ເລີ່ມແຕ່ວັນທີ 13 ທັນວາ, ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ເປັນເຈົ້າພາບ.

        ກອງປະຊຸມສຸດຍອດ ອາເມລິກາ - ອາຟະລິກາ ຄັ້ງທຳອິດໄດ້ຈັດຂຶ້ນໃນປີ 2014, ໃນສະໄໝຂອງທ່ານປະທານາທິບໍດີ Barack Obama. ກອງປະຊຸມນີ້ໄດ້ປະກາດບັນດາຄຳໝັ້ນສັນຍາຂອງພາກພື້ນລົງທຶນພາກເອກະຊົນ ແລະ ເພີ່ມທະວີການຮ່ວມມືກັບບັນດາປະເທດ ອາຟະລິກາ ໃນຂໍ້ລິເລີ່ມກ່ຽວກັບພະລັງງານ, ການບໍລິການການເງິນ, ການປ່ຽນແປງຂອງດິນຟ້າອາກາດ, ການຄ້ຳປະກັນດ້ານສະບຽງອາຫານ ແລະ ເບິ່ງແຍງດູແລສຸຂະພາບ.

        ຕາມຖະແຫຼງການໜຶ່ງຂອງສະຫະພາບ ອາຟະລິກາ (AU) ແລ້ວ, ກອງປະຊຸມສຸດຍອດປີນີ້ ຄາດວ່າຈະໃຫ້ບຸລິມະສິດບັນດາບັນຫາທີ່ຄ້າຍຄືກັບກອງປະຊຸມປີ 2014 ແລະ ເອົາໃຈໃສ່ເຂົ້າບັນດາຂໍ້ລິເລີ່ມການລົງທຶນ ແລະ ການຄ້າ 2 ຝ່າຍຫຼາຍກວ່າ. AU ໃສ່ໃຈວ່າ ກອງປະຊຸມຄັ້ງນີ້ໄດ້ຮັບຄວາມຄາດຫວັງວ່າ ຈະຍົກອອກບັນດາຂໍ້ສະເໜີລວມກັບ ອາເມລິກາ ແລະ ບັນດາປະເທດ ອາຟະລິກາ.

        ທີ່ກອງປະຊຸມ, ຄາດວ່າ, ບັນດາການນຳ ອາເມລິກາ ແລະ ອາຟະລິກາ ຈະປະກາດບັນດາຂໍ້ລິເລີ່ມໃໝ່ເພື່ອເພີ່ມທະວີການເຂົ້າຮ່ວມຂອງ ອາເມລິກາ ເຂົ້າສັນຍາພາກພື້ນການຄ້າເສລີ ອາຟະລິກາ (AfCFTA), ກໍຄືຂໍ້ລິເລີ່ມຊຸກຍູ້ການຟື້ນຟູຂອງພື້ນຖານເສດຖະກິດ ອາຟະລິກາ ຈາກໂລກລະບາດໂຄວິດ-19, ຊຸກຍູ້ການຮັບປະກັນສະບຽງອາຫານ ແລະ ເພີ່ມທະວີການລົງທຶນເຂົ້າໂຄງການພື້ນຖານໂຄງລ່າງ, ສາທາລະນະສຸກ ແລະ ພະລັງງານຜະລິດຄືນໃໝ່ຂອງທະວີບ.

ຕອບກັບ

ຂ່າວ/ບົດ​ອື່ນ