ກອງປະຊຸມສຸດຍອດ ເອຊີດີ ຄັ້ງທີ 2 ໄດ້ສຳເລັດລົງດ້ວຍ ຜົນສຳເລັດສະຫງ່າງາມ

ກອງປະຊຸມສຸດຍອດ ເອຊີດີ ຄັ້ງທີ 2 ໄດ້ສຳເລັດລົງດ້ວຍ ຜົນສຳເລັດສະຫງ່າງາມ - ảnh 1
ກອງ​ປະ​ຊຸມ​ສຸດຍອດ ACD
ພາບ:internet

​ຕາມ​ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ (KPL) ​ແລ້ວ, ກອງປະຊຸມສຸດຍອດ ເອຊີດີ ຄັ້ງທີ 2 ​ເຊິ່ງຈັດຂຶ້ນທີ່ບາງກອກ ປະເທດໄທ ລະຫວ່າງ ວັນທີ 9-10 ຕຸລາ 2016 ນີ້, ໂດຍມີການເຂົ້າຮ່ວມ​ຂອງ ຜູ້ນຳ ແລະ ຄະນະຜູ້ແທນຈາກ 34 ປະເທດ ພາຍໃຕ້ການ ເປັນປະທານ ຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

          ກອງປະຊຸມສຸດຍອດຄັ້ງນີ້, ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບທິດທາງ ການເສີມຂະຫຍາຍ ການຮ່ວມມືດ້ານເສດຖະກິດ ລະຫວ່າງ ປະເທດສະມາຊິກ ແລະ ໄດ້ຮັບຮອງເອົາ 3 ເອກະສານ ຄື: ວິໄສທັດ ເອຊີດີ ເພື່ອການຮ່ວມມືອາຊີ 2030. ຖະແຫລງການບາງກອກ ​ແລະ ຖະແຫລງການວ່າດ້ວຍການເຕີບໂຕ ໂດຍຜ່ານການຮ່ວມມືໃນການເຊື່ອມຈອດ. ບັນດາເອກະສານດັ່ງ ກ່າວ, ຈະວາງພື້ນຖານອັນໜັກແໜ້ນ ເພື່ອເຮັດໃຫ້ອາຊີກາຍເປັນທະວີບ ແຫ່ງສັນຕິພາບ ມີຄວາມກ້າວ ໜ້າ, ຄວາມສະຫງົບສຸກ, ມີສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງພັດທະນາ ແບບຍືນຍົງ.

ກອງປະຊຸມສຸດຍອດ ເອຊີດີ ຄັ້ງທີ 2 ໄດ້ສຳເລັດລົງດ້ວຍຜົນສຳເລັດສະຫງ່າງາມ ເຊິ່ງໄດ້ວາງພຶ້ນຖານອັນໜັກແໜ້ນ ໃຫ້ແກ່ການຮ່ວມມື ທາງດ້ານເສດຖະກິດ ລະຫວ່າງປະເທດສະມາຊິກ ໃນ ອະນາຄົດ ແລະ ຈາກນີ້ໄປ ສະຫະລັດອາຣັບເອມິເລດສ ຈະເປັນປະເທດປະທານ ເອຊີດີ ຕໍ່ຈາກ ຣາຊະອານາຈັກໄທ.


ຕອບກັບ

ຂ່າວ/ບົດ​ອື່ນ