ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ​ອາ​ຊຽນ-ອາ​ເມ​ລິ​ກາ 2022 ອອກຖະ​ແຫຼງ​ການ​ວິ​ໄສ​ທັດ​ລວມ

(VOVWORLD) - ຖະແຫຼງການຮ່ວມ ເນັ້ນໜັກເຖິງບັນດາເນື້ອໃນຮ່ວມມືຄື: ພ້ອມກັນຮັບມືກັບໂລກລະບາດໂຄວິດ 19, ເພີ່ມທະວີການເຊື່ອມຕໍ່ ແລະ ການພົວພັນດ້ານເສດຖະກິດ....
ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ​ອາ​ຊຽນ-ອາ​ເມ​ລິ​ກາ 2022 ອອກຖະ​ແຫຼງ​ການ​ວິ​ໄສ​ທັດ​ລວມ  - ảnh 1

 (ພາບ: qdnd)

    ກອງປະຊຸມສຸດຍອດພິເສດ ອາຊຽນ-ອາເມລິກາ ຈັດຂຶ້ນຢູ່ວໍຊິງຕັນ, ປະເທດອາເມລິກາ ໃນວັນທີ 12-13 ພຶດສະພາ. ສອງຝ່າຍໄດ້ບັນລຸຫຼາຍຄວາມເປັນເອກະພາບສຳຄັນ ແລະ ອອກຖະແຫຼງການຮ່ວມວິໄສທັດລວມ ຊື່ງເປັນຂີດໝາຍແຫ່ງໄລຍະຮ່ວມມືໃໝ່ພາຍຫຼັງໄລຍະເວລາ 45 ປີ. ຖະແຫຼງການຮ່ວມຢືນຢັນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບການເພີ່ມທະວີ ແລະ ສ້າງການພົວພັນໂອ້ລົມສົນທະນາ ອາຊຽນ-ອາເມລິກາ ຮອບດ້ານກ່ວາອີກ.

ຖະແຫຼງການຮ່ວມ ເນັ້ນໜັກເຖິງບັນດາເນື້ອໃນຮ່ວມມືຄື: ພ້ອມກັນຮັບມືກັບໂລກລະບາດໂຄວິດ 19, ເພີ່ມທະວີການເຊື່ອມຕໍ່ ແລະ ການພົວພັນດ້ານເສດຖະກິດ; ຊຸກຍູ້ການຮ່ວມມືດ້ານທະເລ, ເພີ່ມທະວີການພົວພັນແລກປ່ຽນ ປຊຊ; ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

   ໃນໄລຍະຈະມາເຖິງ, ທັງອາຊຽນ ແລະ ອາເມລິກາ ລ້ວນແຕ່ປາດຖະໜາຢາກບືນຕົວຂຶ້ນໃນລະດັບໜຶ່ງຂອງການພົວພັນຄູ່ຮ່ວມມື ແລະ ຮ່ວມມືໃໝ່ ແລະ ມອບໃຫ້ບັນດາທ່ານລັດຖະມົນຕີ ສົມທົບກັນປະຕິບັດຖະແຫຼງການວິໄສທັດລວມນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ