ກອງ​ປະຊຸມ​ສະຫຼຸບວຽກງານ​ການຕ່າງປະ​ເທດປະຊາຊົນ ປີ 2019 ​ແລະ ທິດ​ທາງພັນທະໜ້າທີ່​ປີ 2020

(VOVWORLD) - ຕອນເຊົ້າວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມສະຫຼຸບວຽກງານການຕ່າງປະເທດປະຊາຊົນ ປີ 2019 ແລະ ຜັນຂະຫຍາຍທິດທາງ, ພັນທະໜ້າທີ່ປີ 2020.
ກອງ​ປະຊຸມ​ສະຫຼຸບວຽກງານ​ການຕ່າງປະ​ເທດປະຊາຊົນ ປີ 2019 ​ແລະ ທິດ​ທາງພັນທະໜ້າທີ່​ປີ 2020 - ảnh 1ມອບໃບຍ້ອງຍໍໃຫ້ແກ່ບຸກຄົນທີ່ບັນລຸຜົນງານດີເດັ່ນ (ພາບ: TTXVN)

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕີລາຄາໂດຍສັງເຂບກ່ຽວກັບສະພາບການສາກົນ ແລະ ພາກພື້ນ ໃນປີ 2019 ແລະ ຜົນກະທົບເຖິງການເຄື່ອນໄຫວວຽກງານການຕ່າງປະເທດປະຊາຊົນ. ຕາມນັ້ນແລ້ວ, ໂລກ ແລະ ພາກພື້ນ ມີການຜັນແປຢ່າງວ່ອງໄວ ແລະ ສັບສົນຫຼາຍຢ່າງໃນບັນດາຂົງເຂດຄືເສດຖະກິດ, ການເມືອງ ແລະ ຄວາມສະຫງົບ. ສ່ວນສະພາບການຄວາມສະຫງົບ ແລະ ການເມືອງຂອງຫວຽດນາມ ແມ່ນມີສະຖຽນລະພາບ, ເສດຖະກິດ, ສັງຄົມ ແລະ ການພົວພັນຕ່າງປະເທດ ແມ່ນມີບາດກວ້າພັດທະນາຢ່າງຕັ້ງໜ້າໂດຍພື້ນຖານ.

        ສະພາບການການເມືອງ, ເສດຖະກິດໂລກ ປີ 2020 ໄດ້ຮັບການຄາດຄະເນວ່າ ສືບຕໍ່ມີການຜັນແປຢ່າງສັບສົນ, ໃນສະພາບການ ທີ່ຫວຽດນາມຮັບດໍາລົງຕໍາແໜ່ງຄວບ ທັງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ  ອາຍຸການ 2020 – 2021 ແລະ ປະທານ ອາຊຽນ. ນີ້ແມ່ນໂອກາດເພື່ອຢັ້ງຢືນທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ ແລະ ພາກພື້ນ, ແຕ່ກໍແມ່ນສິ່ງທ້າທາຍອັນໃຫຍ່ຫຼວງສໍາລັບຫວຽດນາມ. ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກວ່າ:

        “ສືບຕໍ່ເປີດກວ້າງ ແລະ ຍົກສູງຄຸນນະພາບຂອງລະບົບການເມືອງໃນການເຄື່ອນໄຫວການທູດປະຊາຊົນ, ດ້ວຍບົດບາດເປັນແກ່ນສານຂອງແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາອົງການຈັດຕ້ັງມິດຕະພາບ, ບັນດາໝູ່ຄະນະ ແລະ ອົງການຈັດຕັ້ງປະຊາຊົນ, ເສີມຂະຫຍາຍທິດນໍາ ເປັນເຈົ້າການ, ມີໄຫວພິບ, ປະດິດຄິດສ້າງ ແລະ ມີປະສິດທິຜົນ. ຕ້ອງສືບຕໍ່ຍົກສູງຄວາມຮັບຮູ້, ຄົ້ນຄວ້າປັບປຸງ, ເພີ່ມເຕີມ ແລະ ປະກາດໃຊ້ບັນດາກົນໄກນະໂຍບາຍ, ສ້າງເງື່ອນໄຂໃຫ້ດີກວ່່າ ເພື່ອໃຫ້ການຕ່າງປະເທດປະຊາຊົນ ສືບຕໍ່ໄດ້ເສີມຂະຫຍາຍ”. 

ຕອບກັບ

ຂ່າວ/ບົດ​ອື່ນ