ກອງປະຊຸມສະຫລຸບ 6 ເດືອນກ່ຽວກັບວຽກງານຖະແຫລງຂ່າວການຕ່າງປະເທດ

ກອງປະຊຸມສະຫລຸບ 6 ເດືອນກ່ຽວກັບວຽກງານຖະແຫລງຂ່າວການຕ່າງປະເທດ - ảnh 1
ກອງປະຊຸມສະຫລຸບ 6 ເດືອນກ່ຽວກັບວຽກງານຖະແຫລງຂ່າວ
ການຕ່າງປະເທດ
ພາບ: internet

(vovworld) - ຕອນ​ເຊົ້າ​ວັນ​ທີ 7/9 ຢູ່ ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫລ​ງຂ່າວ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ຄັ້ງ​ທີ 2 ​ເພື່ອ​ສະຫລຸບ​ວຽກ​ງານ​ຖະ​ແຫລ​ງຂ່າວ​ການ​ຕ່າງປະ​ເທດ 6 ​ເດືອນ​ຕົ້ນ​ປີ, ຜັນ​ຂະຫຍາຍ​ຫນ້າ​ທີ່ 6 ​ເດືອນ​ທ້າຍ​ປີ. ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລ​ຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຫົວຫນ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫລ​ງຂ່າ​ວການ​ຕ່າງປະ​ເທດ​ເປັນ​ປະທານ​ກອງ​ປະຊຸມ. ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫລ​ງຂ່າວ​ການ​ຕ່າງປະ​ເທດ​ຕີ​ລາຄາ​ວ່າ: ​ໃນ​ຊຸມ​ເດືອນ​ຕົ້ນ​ປີ, ວຽກ​ງານ​ຖະ​ແຫລ​ງຂ່າວ, ​ໂຄສະນາ​ການ​ຕ່າງປະ​ເທດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ດ້ວຍ​ຫນ້າ​ທີ່​ຈຸດ​ສຸມ​ແມ່ນ​ໂຄສະນາ​ພາບ​ພົດ​ຫວຽດນາມ ອອກ​ສູ່​ໂລກ, ປະກອບສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຍາດ​ແຍ່ງ​ການ​ສະຫນັບສະຫນູນ​ຂອງ​ປະຊາ​ຄົມ​ໂລກ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ​ກ່ຽວ​ກັບ​ທິດ​ທາງ, ຫນ້າ​ທີ່​ໃນ​ຊຸມ​ເດືອນ​ທ້າຍ​ປີ, ທ່ານ  Pham Van Linh ຮອງ​ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຮອງ​ຫົວຫນ້າ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫລ​ງຂ່າວ​ການ​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ:

        “ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບ​ເປັນ​ເສນາ​ທິການ, ຄາດ​ຄະ​ເນ​ສະພາບ​ການ, ​ເພີ່ມ​ທະວີ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຖະ​ແຫລ​ງຂ່າວຈາກ ຫວຽດນາມ ອອກ​ສູ່​ຕ່າງປະ​ເທດ ບົນ​ພື້ນຖານ​ອີງ​ໃສ່​ແຜນ​ນະ​ໂຍບາຍ, ​ແນວທາງ​ ​ແລະ ຫນ້າ​ທີ່​ໂຄສະນາ​ການ​ຕ່າງປະ​ເທດ​ຢ່າງ​ລະອຽດ​ຂອງ​ພັກ, ລັດ; ຕິດ​ພັນວຽກ​ງານຖະ​ແຫລ​ງຂ່າວ​ພາຍ​ໃນ ​ແລະ ຖະ​ແຫລ​ງຂ່າວ​ຕ່າງປະ​ເທດ​ໃຫ້ແຫນ້ນ​ແຟ້ນກວ່າ​ເພື່ອ​ປັບປຸງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ ​ແລະ ຍາດ​​ແຍ່ງ​ການ​ສະຫນັບສະຫນູນ​ຂອງ​ປະຊາ​ຄົມ​ໂລກ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່​ມີ​ຕໍ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ