ກອງປະຊຸມສະຫລຸບ ຂະແໜງໄອຍະການ


ກອງປະຊຸມສະຫລຸບ ຂະແໜງໄອຍະການ - ảnh 1

ປະທານປະ​ເທດ​ເຈືອງ​ເຕີນ​ຊາງກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ

 (ພາບ: noichinh.vn)

 (vovworld)- ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫລຸບຂະ​ແໜງ​ໄອ​ຍະ​ການ ຈັດ​ຂຶ້ນ​ໃນຕອນ​ເຊົ້າວັນ​ທີ 16/1, ​ ທ່ານ​ປະທານປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນໜັກ​ວ່າ: ປີ 2014, ຫວຽດນາມ ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ກີດຂວາງ​, ສິ່ງ​ທ້າ​ທາຍຫຼາຍ​ຢ່າງຄື: ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຍັງ​ມີ​ການ​ຜັນ​ແປ​ອັນ​ສັບສົນ, ​ໄພ​ສໍ້​ລາດ​ບັງ​ຫຼວງ, ຟູມ​ເຟືອຍ​ຍັງ​ປະກົດ​ຢ່າງ​ສັບສົນ, ອາດຊະຍາ​ກຳ​ບາງ​ປະ​ເພດ​ມີ​ທ່າ​ເພີ່ມ​ຂຶ້ນ; ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ຍາມ​ໃດ​ກໍ່​ຊອກ​ຫາ​ວິທີ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ທາງ​ສັງຄົມ, ນາບ​ຂູ່​ອະທິປະ​ໄຕ​ຜືນ​ແຜ່ນດິນ. ສະນັ້ນ, ຂະ​ແໜງ​ໄອ​ຍະ​ການ​ຕ້ອງ​ກວດກາ​ການ​ເຄື່ອນ​ໄຫວ​ຕຸລາການ, ຮັບປະກັນ​ການ​ປັບ​ໄຫມ​ລົງ​ໂທດ​ອາດຊະຍາ​ກຳ​ຢ່າງ​ທັນ​ການ, ​ເຂັ້ມງວດ, ຖືກ​ຄົນ, ຖືກ​ໂທດ, ຖືກຕ້ອງ​ຕາມ​ກົດໝາຍ:

  “ອົງ​ການ​ໄອ​ຍະ​ການ​ທຸກຂັ້ນຕ້ອງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ໄອ​ຍະ​ການ​ໃນ​ການ​ເຄື່ອນ​ໄຫວ​ສືບສວນ​ຢ່າງ​ຄົບ​ຖ້ວນ, ​ແໜ້ນ​ແຟ້ນ​ກ່ຽວ​ກັບເລື່ອງ​ຮັບ, ​ແກ້​ໄຂ​ການ​ແຈ້ງ​ຂ່າວ​ອາດຊະຍາ​ກຳ ​ແລະ ສະ​ເໜີ​ເປີດ​ການ​ສືບສວນ​ສອບ​ສວນ; ​ເດັດ​ດ່ຽວ​ປະຕິບັດ​ຢ່າງ​ຄົບ​ຖ້ວນ​ບັນດາ​ສິດ​ເມື່ອ​ປະຕິບັດ​ສິດ​​ໄອ​ຍະ​ການ ​ແລະ ກວດກາ​ການ​ເຄື່ອນ​ໄຫວ​ຕຸລາການ​, ຮັບປະກັນ​ສິດ​ຕັດສິນ​ຂອງ​ບັນດ​າອົງການ​ດຳ​ເນີນ​ຄະດີ​ທີ່​ມີ​ຂໍ້​ອ້າງ​ອີງ, ຖືກຕ້ອງ​ຕາມ​ກົດໝາຍ. ສົມທົບ​ກັບ​ອົງການ​ສືບສວນ​ເພື່ອ​ປະຕິບັດ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ອົງການ​ໄອ​ຍະ​ການ; ສະກັດ​ກັ້ນ, ​ແກ້​ໄຂ​ການສວຍ​ໃຊ້​ສິດ​ອຳນາດ, ລະ​ເມີດ​ສິດ​ປະຊາທິປະ​ໄຕ​ຂອງ​ພົນລະ​ເມືອງ ພ້ອມ​ທັງ​ຮັບປະກັນ​ລັກສະນະ​ເຂັ້ມງວດ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ“./.

ຂ່າວ/ບົດ​ອື່ນ