ກອງປະຊຸມສະຫລຸບວຽກ ງານຂອງຄະນະກຳມາ ທິການປັບປຸງລັດຖະ ທຳມະນູນປີ 1992


ກອງປະຊຸມສະຫລຸບວຽກ ງານຂອງຄະນະກຳມາ ທິການປັບປຸງລັດຖະ ທຳມະນູນປີ 1992 - ảnh 1 

(ພາບ: Nhan Sáng-TTXVN)

(vovworld)- ຕອນບ່າຍວັນທີ 26/12, ໂດຍພາຍໃຕ້ການເປັນປະທານຂອງ ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ,ຄະນະກຳມາທິການປັບປຸງລັດຖະທຳມະນູນປີ 1992 ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບວຽກ​ງານ​ການ​ເຄື່ອນ​ໄຫວ​ຂອງ​ຕົນນັບ​ແຕ່​ເວລາ​ສ້າງຕັ້ງຕະຫຼອດ​ຮອດ​ເວລາ​ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ຮັບຮອ​ງ​ເອົາ​ຢູ່​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ທີ່​ຜ່ານ​ມາ. ​ເຂົ້າຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວປັບປຸງລັດຖະທຳມະນູນ​ເຖິງ​ວ່າ​ໄດ້​ດຳ​ເນີນ​ໃນ​ໄລຍະ​ສັ້ນ ​ແລະ ​ໃນ​ສະພາບ​ການ​ສາກົນ​ມີ​ການ​ຜັນ​ແປ​ສັບ​ສົນ ​ແລະ ສະພາບ​ເສດຖະກິດ​ສັງຄົມ​ຢູ່​ພາຍ​ໃນ​ປະ​ເທດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ດ້ວຍ​ຈິດ​ໃຈ​ມີ​ຄວາມ​ຮັບຜິດຊອບ, ຄະນະກຳ ມາທິການປັບປຸງລັດຖະທຳມະນູນປີ 1992 ​ໄດ້​ສຳ​ເລັດ​ບັນດາ​ວຽກ​ງານ​ທີ່​ສຳຄັນ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​​ເອົາລັດຖະທຳມະນູນ. ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ສະ​ເໜີ​ສະພາ​ແຫ່ງ​ຊາດ, ລັດຖະ ບານ, ສານ ປຊຊ ສູງ​ສຸດ, ອົງການ​ໄອ​ຍະ​ການ ປຊຊ ສູງ​ສຸດ ​ແລະ ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ຈົ່ງ​ຮີບ​ເຮັ່ງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ຢ່າງ​ຄົບ​ຊຸດ, ມີ​ປະສິດທິ​ຜົນ, ​ເຜີ​ຍ​ແຜ່​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​ໃຫ້​ແກ່ ປຊຊ ທຸກ​ຊັ້ນວັນນະ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ.

  ສ່ວນທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຢືນຢັນວ່າ: ຄະນະກຳມາທິ ການປັບປຸງລັດຖະທຳມະນູນປີ 1992 ​ໄດ້​ມານະ​ພະຍາຍາມ​ເຮັດ​ວຽກ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ສຸດ, ​ເສີມ​ຂະຫຍາຍ​ສະຕິ​ປັນຍາ​ເພື່ອ​ປະກອບສ່ວນ​ສ້າງ​ລັດຖະທຳ​ມະນູນ. ​ເລື່ອງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ລັດຖະທຳ​ມະນູນກໍ່​ເປັນ​ການ​ສ້າງ​ພື້ນຖານ​ເພື່ອ​ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າສູ່​ໄລຍະ​ໃໝ່./.

ຂ່າວ/ບົດ​ອື່ນ