ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຖືກໄຂຂຶ້ນຢ່າງສົມກຽດ

(VOVWORLD) -ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອຕີລາຄາ, ຫວນຄືນບັນດາຜົນງານທີ່ບັນລຸໄດ້, ບັນດາສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດໃນບັນດາຂົງເຂດສ້າງກົດໝາຍ, ປະຕິບັດກົດໝາຍ, ຍຸຕິທຳ ແລະ ບັນດາວຽກງານອື່ນໆ
ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຖືກໄຂຂຶ້ນຢ່າງສົມກຽດ  - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
(ພາບ: VGP)

ກອງປະຊຸມສະໄໝສາມັນເທື່ອທີ 11, ເຊິ່ງແມ່ນກອງປະຊຸມເທື່ອສຸດທ້າຍຂອງສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 24 ມີນາ ຢ່າງເປັນທາງການ. ເຂົ້າຮ່ວມພິທີໄຂກອງປະຊຸມມີທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ບັນດານັກປະຕິວັດຜູ້ອະວຸໂສ, ຜູ້ຕາງໜ້າບັນດາຄະນະທູຕານຸທູດ, ພ້ອມກັບບັນດາສະມາຊິກສະພາແຫ່ງຊາດຊຸດທີ 14.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ກອງປະຊຸມເທື່ອທີ 11 ແມ່ນກອງປະຊຸມເທື່ອສຸດທ້າຍຂອງອາຍຸການສະພາແຫ່ງຊາດຊຸດທີ 14, ຖືກດຳເນີນໃນຈຸດເວລາທົ່ວປະເທດພວມສຸມໃສ່ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ກະກຽມຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ກ່ຽວກັບກອງປະຊຸມຄັ້ງນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ໃຫ້ຮູ້ວ່າ.

        “ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອຕີລາຄາ, ຫວນຄືນບັນດາຜົນງານທີ່ບັນລຸໄດ້, ບັນດາສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດໃນບັນດາຂົງເຂດສ້າງກົດໝາຍ, ປະຕິບັດກົດໝາຍ, ຍຸຕິທຳ ແລະ ບັນດາວຽກງານອື່ນໆ, ຈາກນັ້ນໄຈ້ແຍກສາຍເຫດຢ່າງຈະແຈ້ງ, ຖອດຖອນບົດຮຽນ ເພື່ອເປັນພື້ນຖານໃຫ້ເລື່ອງສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວໃນອາຍຸການ. ອາດເວົ້າໄດ້ວ່າ, ນີ້ແມ່ນກອງປະຊຸມມີລັກສະນະເປັນຂົວເຊື່ອມຕໍ່, ປະກອບສ່ວນເຂົ້າໃນການມອບ-ຮັບອາຍຸການຂອງບັນດາອົງການສຳນັກງານໃນກົງຈັກລັດ”.

        ພາຍຫຼັງບົດກ່າວປາໄສໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະເໜີບົດລາຍງານວຽກງານຂອງສະພາແຫ່ງຊາດ ອາຍຸການຊຸດທີ 14. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີບົດລາຍງານສະຫຼຸບວຽກງານອາຍຸການ 2016 – 2021 ຂອງປະທານປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີບົດລາຍງານສະຫຼຸບວຽກງານອາຍຸການ 2016 – 2021 ຂອງລັດຖະບານ…

ຕອບກັບ

ຂ່າວ/ບົດ​ອື່ນ