ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ຊຸດ​ທີ XV ​ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 23 ພຶດ​ສະ​ພາ

(VOVWORLD) -ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະໄຂຈຶ້ນຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ ໃນຕອນເຊົ້າວັນທີ 23 ພຶດສະພາ.

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ຊຸດ​ທີ XV ​ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 23 ພຶດ​ສະ​ພາ - ảnh 1ພາບປະກອບ: TTXVN

ໄລຍະຜ່ານມາ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ, ບັນດາຜູ້ແທນສະພາແຫ່ງຊາດ ແລະ ອົງກອນ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່ຽວຂ້ອງ ໄດ້ຮີບເຮັ່ງກະກຽມໃຫ້ແກ່ບັນດາເນື້ອໃນເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ຕັດສິນຢູ່ກອງປະຊຸມຄັ້ງນີ້.

ກ່ອນເວລາໄຂກອງປະຊຸມ, ການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາຜູ້ແທນສະພາແຫ່ງຊາດ ໄດ້ໄປວາງພວງມາລາ, ເຂົ້າສຸສານ ອາໄລຫາປະທານໂຮ່ຈີມິນ. ວາລະໄຂກອງປະຊຸມຈະດຳເນີນໃນເວລາ 9 ໂມງເຊົ້າຢູ່ຫໍປະຊຸມສະພາແຫ່ງຊາດ. ສະຖານີວິທະຍຸແຫ່ງຊາດ ຫວຽດນາມ, ສະຖານີໂທລະພາບ ຫວຽດນາມ ແລະ ໂທລະພາບສະພາແຫ່ງຊາດ ຫວຽດນາມ ອອກອາກາດ, ຖ່າຍທອດສົດ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດຕິດຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ