ກອງປະຊຸມສ້າງຮ່າງ ກົດໝາຍວ່າດ້ວຍການ ສຶກສາຂັ້ນມະຫາ ວິທະຍາໄລໃຫ້ສຳເລັດ

ກອງປະຊຸມສ້າງຮ່າງ ກົດໝາຍວ່າດ້ວຍການ ສຶກສາຂັ້ນມະຫາ ວິທະຍາໄລໃຫ້ສຳເລັດ - ảnh 1

ທ່ານ ຫງວຽນ ຊິງ ຮຸ່ງ ທີ່ກອງ ປະຊຸມ ທາ ບທາມ ຄຳເຫັນ

(ພາບ:nguyensinhhung.net)

(vovworld)- ວັນ ທີ 9/2, ຢູ່ຮ່າ ໂນ້ຍ , ໄດ້ ຈັດ ໃຫ້ ມີກອງ ປະຊຸມ ທາ ບທາມ ຄຳເຫັນຂອງ ບັນດາ ຜູ້ ຊ່ຽວຊານເພື່ອ ສ້າງຮ່າງ ກົ ດໝາຍວ່າ ດ້ວຍ ການ ສຶກສາຂັ້ນມະຫາວິທະຍາ ໄລ ໃຫ້ ສຳ ເລັດ. ກ່າວ ຄຳ ເຫັນ ສະຫລຸບ ກອງ ປະຊຸມ, ທ່ານ ປະທານ ສະພາ ແຫ່ງ ຊາດ ຫວຽດນາມ ຫງວຽຊິງ ຮູ່ງ ຊີ້ ແຈ້ງວ່າ: ຈຸດໝາຍ ຂອງ ພວກ ເຮົາ ແມ່ນ ຕ້ອງສ້າງ ກົ ດໝາຍວ່າ ດ້ວຍ ການ ສຶກສາຂັ້ນມະຫາວິທະຍາ ໄລ ມີ ຄຸນ ນະພາ ບ, ສະນັ້ນ, ຮຽກຮ້ອງ ໃຫ້ ຄະນະ ຮຽບຮຽງ ຈົ່ງ ສືບ ຕໍ່ ຄົ້ນຄ້ວາ, ຮັບ ເອ ົາຄຳ ເຫັນ, ປັບປຸງ ເພື່ອ ໃຫ້ ຮ່າງ ກົດ ໝາຍສະບັບ ດັ່ງກ່າວບັນລຸ ມາດຖານ, ສອດຄ່ອງ ກັບ ການ ພັດທະນາ ຂອງ ປະ ເທດ ຊາດ. ທ່ານ ຫງວຽນ ຊິງ ຮູ່ງ ເວົ້າວ່າ:   “ມາ ຮອດ ຈຸດ ເວລາ ນີ້, ຄຸນ ນະພາ ບຂອງ ຮ່າ ງກົດໝາຍ ໄດ້ ດີ ກ່ວາ ເກົ່າຫຼາຍ ແລ້ວ ແຕ່ ເພື່ອ ຮັບຮອງ ເອົາ ແມ່ນ ຕ້ອງ ມີເວລາ ຕື່ມ ອີກເພື່ອ ປັບປຸງໃຫ້ ດີ ກ່ວາ ອີກ. ໃນ ການ ສຶກ ສາ ບຳລຸງ ສ້າງ ຕ້ອງ ມີ ການ ປ່ຽນ ໃໝ່ ໂດຍ ພື້ນຖານ, ຮອບດ້ານ, ສະນັ້ນ, ບັນດາ ສະ ຫາຍ ຕ້ອງ ພະຍາຍາມ ເພື່ອ ປ່ຽນ ໃໝ່ ໃຫ້ ໄດ້“.

ຂ່າວ/ບົດ​ອື່ນ