ກອງປະຊຸມສຳມນະນາທາບທ່າມຄວາມເຫັນ ຮ່າງຍຸດທະສາດເຕີບໂຕຂຽວຂອງ ຫວຽດນາມ

ກອງປະຊຸມສຳມນະນາທາບທ່າມຄວາມເຫັນ ຮ່າງຍຸດທະສາດເຕີບໂຕຂຽວຂອງ ຫວຽດນາມ - ảnh 1
(ພາບ:tinmoitruong.vn)

( vovworld ) –  ​ທີ່ກອງ​ປະຊຸມ​ສຳມນະ​ນາທາ​ບທ່າມຄວາມ​ເຫັນ​ກ່ຽວ​ກັບຮ່າງ​ຍຸດ​ທະ​ສາດ​​ເຕີບ​ໂຕ​ຂຽວ​ຂອງ ຫວຽດນາມ ຈັດ​ຂຶ້ນ​ໃນ​ວັນ​ທີ 14/5 ຢູ່​ຮ່າ​ໂນ້ຍ, ທ່ານ Nguyen The Phuong ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ຖື​ວ່າ ​ເຖິງ​ເວລາ​ແລ້ວ​ທີ່ ຫວຽດນາມ ຕ້ອງ​ດັດປັບຍຸດ​ທະ​ສາດຕາ​ມທິດ​​ເຕີບ​ໂຕ​ຂຽວ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ ​ແລະ ລັກສະນະ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ, ຫລຸດຜ່ອນລະບາຍ​ອາຍພິດ​, ຮັບ​ມື​ກັບ​ບັນດາ​ການ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ແບບ​ຍືນ​ຍົງ. ຮ່າງ​ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ ​ໄດ້​ເນັ້ນໜັກ​​ເຖິງການ​ພັດທະນາ​ນະ​ໂຍບາຍ, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ການ​ປະຕິ​ຮູບ​ນະ​ໂຍບາຍ​ງົບ​ປະມານ, ສ້າງ​ກະ​ແສເງິນ​ລົງທຶນ​ເພື່ອ​ແນ​ໃສ່​ປັບປຸງ​ຄຸນ​ນະພາ​ບຊີວິດ ​ໂດຍ​ຜ່ານ​ການ​ສ້າງ​ແບບ​ແຜນການ​ດຳລົງ​ຊີວິດ​ຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ…. ຕາມ​ຈຸດໝາຍ​ຂອງຮ່າງ​ຍຸດ​ທະ​ສາດ​​ເຕີບ​ໂຕ​ຂຽວຂອງ ຫວຽດນາມ ​ແລ້ວ, ຮອດ​ປີ 2020 ຈະ​ຫລຸດຜ່ອນ​ການ​ສີ້​ນ​ເປື້ອງ​ພະລັງງານ ຄິດ​ໄລ່​ຕໍ່ GDP ​ແຕ່ 2,5-3% ​ໃນ​ແຕ່ລະ​ປີ, ຫລຸດຜ່ອນ​ລະດັບລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງ​ແຕ່ 10-15% ​ເມື່ອ​ທຽບ​ໃສ່​ປີ 2010.

 

 

 

 

 

ຂ່າວ/ບົດ​ອື່ນ